ການນຳສະພາຕຳ່ອາເມລິກາສະຫນັບສະຫນູນການບຸກໂຈມຕີຊີຣີ

 ການນຳສະພາຕຳ່ອາເມລິກາສະຫນັບສະຫນູນການບຸກໂຈມຕີຊີຣີ - ảnh 1
ທ່ານປະທານາທິບໍດີ ອາເມລິກາ ແລະ ບັນດານັກສ້າງກົດໝາຍສອງພັກປຶກສາຫາລືກ່ຽວກັບບັນຫາຊີຣີ
ພາບ:internet


(vovworld)- ​ແຜນການ​ແຊກ​ແຊງ​ການ​ທະຫານ​ເຂົ້າ​ຊີຣີຂອງ​ປະທານາທິບໍດີ Obama ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ການ​ນຳ​ສະພາ​ຕຳ່​ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫລັງ​ການ​ປະຊຸມ​ກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ B. Obama ຢູ່​ທຳນຽບຂາວ​ໃນ​ວັນ​ທີ 4/9, ການ​ນຳ​ພັກ​ປະຊາທິປະ​ໄຕ ​ແລະ ສາທາລະນະ ທີ່​ສະພາ​ຕຳ່ ລ້ວນ​ແຕ່​ຖະ​ແຫລ​ງການ​ສະຫນັບສະຫນູນ​ແຜນການ​ບຸກ​ໂຈມ​ຕີ ຊີຣີ ຂອງ​ລັດຖະບານ ອາ​ເມ​ລິ​ກາ. ທ່ານ John Boehner ປະທານ​ສະພາ​ຕຳ່ ອາ​ເມ​ລິ​ກາ ຖື​ວ່າ: ການ​ນຳ​ໃຊ້​ບັນດາ​ອາວຸດ​ເຄມີ​ ຕ້ອງ​ຖືກ​ລົງ​ໂທດ. ພຽງ​ແຕ່​ອາ​ເມ​ລິ​ກາ ຈຶ່ງ​ມີ​ກຳລັງ​ຄວາມ​ສາມາດ ​ແລະ ສະກັດ​ກັ້ນ​ລະບອບ​ຂອງ​ປະທານາທິບໍດີ Assad ພ້ອມ​ທັງ​ກ່າວ​ເຕືອນ​ບັນດາ​ປະ​ເທດ​ອື່ນ​ວ່າ ບັນດາ​ການ​ກະທຳ​ຄື​ແນວ​ນັ້ນ​ຈະ​ບໍ່​ໄດ້​ຮັບ​ການ​ອະ​ໄພ. ​ເພື່ອ​ມີ​ການ​ສະຫນັບສະຫນູນ​ສຳຄັນ​ດັ່ງກ່າວ, ທ່ານ Obama ​ໄດ້​ຍາດ​​ແຍ່ງ​ເວລາ​​ເພື່ອ​ຂົນ​ຂວາ​ຍບັນດາ​ການ​ນຳ​ສະພາ​ຕຳ່​ກ່ອນ​ທີ່​ເດີນທາງ​​ໄປ​ຢ້ຽມຢາມ ສຸ​ແອດ ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ດ້ວຍ​ຄຳ​ໝັ້ນ​ໝາຍ: ​ແຜນການ​ບຸກ​ໂຈມ​ຕີ ຊີຣີ ຈະ​ນຳ​ມາ​ເຊິ່ງບັນດາ​ໝາກຜົນ​ສຳຄັນ​​ແຕ່​ບໍ່​ປະ​​ໃຫ້​ປະ​ເທດ ອາ​ເມ​ລິ​ກາ ຖືກ​​ຕົກ​ສະຫນົມ​ໃນສົງ​ຄາມ​ດ້ວຍ​ຂະຫນາດ​ໃຫຍ່​ກວ່າ

ຂ່າວ/ບົດ​ອື່ນ