ການ​ນຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຕ້ອນ​ຮັບ​ແລະເຈລະຈາກັບຮອງປະທານສະພາແຫ່ງຊາດລາວ

(VOVWORLD) -ຕອນເຊົ້າວັນທີ 17 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ຕ້ອນຮັບທ່ານ ແສງນວນ ໄຊຍະລາດ, ຮອງປະທານສະພາແຫ່ງຊາດ ລາວ ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ  ສປປ.ລາວ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຢ່າງເປັນທາງການ.

ການ​ນຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຕ້ອນ​ຮັບ​ແລະເຈລະຈາກັບຮອງປະທານສະພາແຫ່ງຊາດລາວ - ảnh 1ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຕອງທິຟອງ

ເຈລະຈາກັບຮອງປະທານສະພາແຫ່ງຊາດລາວ

(ພາບ: vietnamplus.vn)

 ທີ່ການຕ້ອນຮັບ ທ່ານນາງ ຫງວຽນທິກີມເງິນ ຖືວ່າ ໃນໄລຍະຜ່ານມາ ສອງຝ່າຍໄດ້ຮັກສາກົນໄກແລກປ່ຽນບັນດາຄະນະການນຳສະພາແຫ່ງຊາດ, ບັນດາອົງການຂອງສອງສະພາແຫ່ງຊາດເປັນປະຈຳ, ແລກປ່ຽນບັນດາຂໍ້ມູນຂ່າວສານຢ່າງທັນການ, ປັບປຸງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ສ້າງສາຍພົວພັນສະຫນິດຕິດພັນລະຫວ່າງການນຳຂອງສອງສະພາແຫ່ງຊາດ, ລະຫວ່າງບັນດາຜູ້ແທນສະພາແຫ່ງຊາດ. ໃນໄລຍະຈະມາເຖິງ ສອງຝ່າຍເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນລະຫວ່າງສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ ສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດຫວຽດນາມ  ຍາມໃດກໍ່ມີຄວາມເອົາໃຈໃສ່, ຊ່ວຍເຫລືອ ແລະ ຮ່ວມມືຢ່າງແຫນ້ນແຟ້ນກັບສະພາແຫ່ງຊາດລາວ. ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດນັບມື້ນັບເຂົ້າສູ່ລວງເລິກ.

 ແລະກໍ່ໃນຕອນເຊົ້າວັນດຽວກັນ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟອງ ໄດ້ມີການເຈລະຈາກັບທ່ານເລຂາສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ, ພົນໂທ ແສງນວນ ໄຊຍະລາດ, 

ນະທີ່ນີ້, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟອງ ຊີ້ແຈ້ງວ່າ ໃນການເຄື່ອນໄຫວພົວພັນຕ່າງປະເທດ, ຍາມໃດ ຫວຽດນາມ ກໍ່ຢືດໝັ້ນທັດສະນະເປີດກວ້າງການພົວພັນກັບສາກົນ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເພື່ອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບໃນການພົວພັນກັບສາກົນ, ປະກອບສ່ວນເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ. ທ່ານນາງ ຕອງທິຟອງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນການພົວພັນກັບສະພາແຫ່ງຊາດລາວ, ສະໜັບສະໜູນສະພາແຫ່ງຊາດລາວ ໃນບັນດາເວທີປາໄສສາກົນ. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟອງ ປາດຖະໜາວ່າ, ສະພາແຫ່ງຊາດ 2 ປະເທດຈະສືບຕໍ່ເພີ່ມທະວີການຕິດຕາມກວດກາການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມ, ສ້າງທຸກເງື່ອນໄຂສະດວກເພື່ອເພີ່ມທະວີການພົວພັນອັນດີງາມລະຫວ່າງ 2 ພັກ, 2 ລັດ.

        ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ ມີຄວາມປາດຖະໜາວ່າ ຫວຽດນາມ ແບ່ງປັນບົດຮຽນໃນການເຄື່ອນໄຫວພົວພັນຕ່າງປະເທດ; ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນທ້ອງຖິ່ນ, ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສລັດຖະສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ