ການ​ນຳ​ຫວຽດ​ນາມ ຕ້ອນຮັບ ທ່ານອະດີດນາຍົກ ລັດຖະມົນຕີສິງກະໂປ Goh Chok Tong

ການ​ນຳ​ຫວຽດ​ນາມ ຕ້ອນຮັບ ທ່ານອະດີດນາຍົກ ລັດຖະມົນຕີສິງກະໂປ Goh Chok Tong - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​​ຕ້ອນຮັບ​
ທ່ານ​ອະດີດນາຍົກລັດຖະມົນຕີສິງກະ​ໂປ Goh Chok Tong)


(vovworld)​ -​ຕອນ​ເຊົ້າ​ວັນ​ທີ 24/9, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຕ້ອນ​ຮັບ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ. ທີ່​ການ​ຕ້ອນ​ຮັບ​, ທ່ານ Goh Chok Tong ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຕີ​ລາ​ຄາ​ສູງ​ສາຍ​ພົວ​ພັນ​ຍຸດ​ທ​ະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ສິງ​ກະ​ໂປ. ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ Goh Chok Tong ຢືນ​ຢັນ: ສິງ​ກະ​ໂປ ພ້ອມ​ແລ້ວ​ແບ່ງ​ປັນ​ບົດ​ຮຽນ ແລະ ຫນູນ​ຊ່ວຍ​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ຄື: ພັດ​ທະ​ນາ​ລະ​ບົບ​ທະ​ນາ​ຄານ, ໄດ້​ຮັບ​ການ​ກູ້​ຢືມ​ທຶນ​ເພື່ອ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ຍົກ​ສູງ​ຄຸນ​ນະ​ພາບ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.. ແລະ ປາດ​ຖະ​ຫນາ​ຢາກ​ໃຫ້​ ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ. ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Goh Chok Tong ຮັບ​ຮູ້​ວ່າ: ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ແລະ ສິງ​ກະ​ໂປ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ. ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ຖື​ວ່າ: ຄຳສະ​ເຫນີ​ ຂອງສິງ​ກະ​ໂປໃນ​ການ​ຫນູນ​ຊ່ວຍ​ແຫລ່ງ​ທຶນ, ຍົກ​ສູງ​ລະ​ບົບ​ທະ​ນາ​ຄານ, ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.. ແມ່ນ​ເໝາ​ະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດ​ນາມ ປະ​ຈຸ​ບັນ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ ເຈ​ືອງ​ເຕີນ​ຊາງ ປາດ​ຖະ​ຫນາ​ຢາກ​ສອງ​ຝ່າຍ​ສືບ​ຕໍ່​ບັນ​ດາ​ການ​ຢ້ຽມ​ຢາມ ແລະ ພົບ​ປະ​ແລກ​ປ່ຽນ, ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

  ກ່ອນ​ຫນ້ານັ້ນ, ວັນ​ທີ 23/9, ທີ່​ສໍານັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ອະດີດນາຍົກລັດຖະມົນຕີສິງກະ​ໂປ Goh Chok Tong ພວມ​​ຢູ່ຢ້ຽມຢາມ ​ຫວຽດນາມ. ນະທີ່​ນີ້, ທ່ານ Goh Chok Tong ຢັ້ງຢືນ​ວ່າ: ສິງກະ​ໂປ​ພ້ອມ​ແລ້ວ​ທີ່ຈະ​ແບ່ງປັນ​ບົດຮຽນ ​ແລະ ໜູນ​ຊ່ວຍ​ຫວຽດນາມ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງຫວຽດນາມ​ສົນ​ໃຈ, ​ເຊິ່ງລວມມີ: ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ໂຄງ​ລ່າງ​ຄົມມະນາຄົມ; ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ; ຊອກ​ຫາ​ແຫຼ່ງການ​ເງິນ​ໃຫ້​ບັນດາ​ໂຄງການ​ພັດທະນາ​ຂອງ ຫວຽດນາມ. ພ້ອມ​ທັງປາດ​ຖະໜາ​ວ່າ ຫວຽດນາມ ນັບ​ມື້​ນັບ​ພັດທະນາ, ການ​ພັດ​ທະນາ​ຂອງ ຫວຽດນາມ​ ຈະ​ປະກອບສ່ວນ​ສຳຄັນ​ໃນ​ການ​ພັດທະນາ ​ແລະ ຄວາມໝັ້ນຄົງ​​ເຂັ້ມ​ແຂງຂອງ ອາ​ຊຽນ ກໍ່​ຄື​ຂອງ ສິງກະ​ໂປ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ຢືນຢັນ​ວ່າ: ຫວຽດນາມ​​ຖື​ເປັນ​ສຳຄັນ ​ແລະ ​​ສະຫງວນບຸລິມະສິດ​ສູງ​ໃຫ້​ແກ່ການ​ພັດທະນາ​ສາຍພົວພັນ ກັບສິງກະ​ໂປ; ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຮັກສາ​ບັນດາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະ​ຂັ້ນ​ສູງ ​ກໍ່​ຄື​ທຸກຂັ້ນ​, ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ການ​ຄ້າ-​ການ​ລົງທຶນ, ການ​ສຶກສາ-​ບຳລຸງ​ສ້າງ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​​ເລິກ​ເຊິ່ງ, ​ແທດ​ຈິງ, ມີ​ປະສິດທິ​ຜົນ​ກ່ວາ​ອີກ​ໃນ​ທຸກ​ຂົງ​ເຂດ ​ໃນ​ນັ້ນ​ມີ​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ການພົວພັນ​ແລກປ່ຽນ​ປະຊາຊົນ.


ການ​ນຳ​ຫວຽດ​ນາມ ຕ້ອນຮັບ ທ່ານອະດີດນາຍົກ ລັດຖະມົນຕີສິງກະໂປ Goh Chok Tong - ảnh 2​​
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຕ້ອນຮັບ
ທ່ານ​ອະດີດ​ນາຍົກລັດ​ຖະມົນຕີ​ສິງກະ​ໂປ Goh Chok Tong
(ພາບ: VGP)
ທີ່​ການ​ຕ້ອນຮັບ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 23/09, ຢູ່​ຮ່າ​​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຂອງ​ທ່ານ​ອະດີດ​ນາຍົກລັດ​ຖະມົນຕີ​ສິງກະ​ໂປ Goh Chok Tong ​​​ແມ່ນ​ປະກົດ​ການ​ທີ່​ມີ​ຊີ​ສິດ​ຊີ​ວາ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ ສາດ​ລະຫວ່າງ​ຫວຽດນາມ - ສິງກະ​ໂປ. ທ່ານ​ນາຍົກລັດຖະມົນຕີສະ​ແດງ​ຄວາມ​ເບີກ​ບານມ່ວນ​ຊື່ນ​ຕໍ່ໜ້າຜົນ​ງານອັນ​ດີງາມ ​ທີ່ບັນລຸ​ໄດ້​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສິງກະ​ໂປ ​ໃນ​ໄລຍະ​ຜ່ານ​ມາ, ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​, ກໍ່​ຄື​ມີ​ທັດສະນະ​ດຽວ​ກັນ, ຫຼັກ​ໝັ້ນ​ເໝາະ​ສົມ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ​ໃນ​ທຸກ​ຂົງ​ເຂດ. ທ່ານ​ອະດີດ​ນາຍົກລັດ​ຖະມົນຕີ​ Goh Chok Tong ປາດ​ຖະໜາວ່າ 2 ປະ​ເທດຈະ​ຍູ້​ແຮງ​ການ​ຮ່ວມ​ມື​ກ່ວາ​ອີກໃນ​ຂົງ​ເຂດ​ທະນາຄານ​​ເພື່ອ​ໃຫ້​ ຫວຽດນາມ ສະມາດ​ລະ​ດົມ​ແຫຼ່ງທຶນ​ຈາກ​ບັນດາ​ກອງ​ທຶນ​ລົງທຶນ​ສາກົນ​ຢູ່​ສິງກະ​ໂປ ​ເພື່ອ​ແນ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ. ທ່ານ​ອະດີດ​ນາຍົກລັດ​ຖະມົນຕີ​ Goh Chok Tong ກໍ່​ປາດ​ຖະໜາ​ວ່າ 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​​ໄຫວຮ່ວມ​ມື​ດ້ານ​ການບິນ, ການ​ສຶກສາ, ທ່ອງ​ທ່ຽວ​… ຕີ​ລາຄາ​ສູງ​ບັນດາ​ຂໍ້​ສະ​ເໜີ​ຂອງທ່ານ​ອະດີດ​ນາຍົກລັດ​ຖະມົນຕີ​ Goh Chok Tong, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ ພາຍຫຼັງ​ການ​ພົບ​ປະ​ຄັ້ງ​ນີ້, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງການ 2 ປະ​ເທດ​ຈະ​ປຶກສາ​ກາ​ລື​ໂດຍ​ໄວ ​ເພື່ອ​ໃຫ້​ຫວຽດນາມ ສາມາດສຳ​ພັດ​ກັບ​ຕະຫຼາດ​ທຶນ​ຂອງສິງກະ​ໂປ ​ໃຫ້​ແກ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການບິນ, ການ​ສຶກສາ, ທ່ອງ​ທ່ຽວ​… ນອກຈາກ​ນັ້ນ, ຫວຽດນາມ ກໍ່​ປາດ​ຖະໜາ ສືບ​ຕໍ່​ຮ່ວມ​ມື​ກັບ​ສິງກະ​ໂປ ​ເພື່ອ​ຊຸກ​ຍູ້​ການ​ເຈ​ລິ​ຈາ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຝິກ (TPP).

ຂ່າວ/ບົດ​ອື່ນ