ການນຳຫວຽດນາມ ແລະ ຈີນແລກປ່ຽນຈົດໝາຍອວຍພອນປີໃໝ່

(VOVWORLD) -     ວັນທີ 28 ມັງກອນປີ 2019 (ກົງກັບວັນທີ 23 ເດຶອນ 12 ປີຈໍ),  ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານ ເລຂາທິການໃຫຍ່ ປະທານປະເທດຈີນ ສີຈີ້ນຜິງ ໄດ້ແລກປ່ຽນຈົດຫມາຍ ອວຍພອນປີໃໝ່ເນື່ອງໃນໂອກາດປະຊາຊົນສອງປະເທດຫວຽດນາມ ແລະ ຈີນກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ.
ການນຳຫວຽດນາມ ແລະ ຈີນແລກປ່ຽນຈົດໝາຍອວຍພອນປີໃໝ່ - ảnh 1 ພາບປະກອບ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ສະແດງຄວາມພາກພູມໃຈເມື່ອເຫັນວ່າ ສາຍພົວພັນຖານບ້ານໃກ້ ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດທີ່ບັນລຸໄດ້ບັນດາໝາກຜົນອັນດີງາມໃນປີທີ່ຜ່ານມາ.ການພົບປະ ຂັ້ນສູງກໍສືບຕໍ່ ປະຕິບັດ, ການຮ່ວມມືໃນທຸກຂົງເຂດກໍຮັບການ ຊຸກຍູ້ຢ່າງຕັ້ງໜ້າ,  ການພົວພັນມິດຕະພາບລະຫວ່າງ 2 ປະເທດ ໄດ້ຮັບການເພີມທະວີ, ປະກອບສ່ວນນຳສາຍພົວພັນຄູ່ຮ່ວມມື ຍຸດທະສາດພັດທະນາອັນດີງາມ ແລະ ໝັ້ນຄົງ.

     ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ມີຄວາມຫວັງວ່າ ໃນປີ 2019, ມຸ່ງໄປສູ່ການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງການພົວພັນທາງການທູດຂອງ 2 ປະເທດ, 2 ຝ່າຍຈະມານະພະຍາຍາມກ່ວາອີກ ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ເພີ່ມທະວີການພົບປະແລກປ່ຽນຂັ້ນສູງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈການເມືອງ, ລົງເລິກເຂົ້າສູ່ການຮ່ວມມືໃນທຸກຂົງເຂດ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງເທົາທີ່ຄວນ, ນຳການພົວພັນລະຫວ່າງ 2 ພັກ, 2 ລັດ ສືບຕໍ່ພັດທະນາໃຫ້ດີຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ