ການນຳຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ໂທລະເລກ ຂອບໃຈເພື່ອນມິດສາກົນທີ່ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈ ຕໍ່ການຈາກໄປຂອງທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) -    ມີ 100 ຄະນະຜູ້ແທນສາກົນໄດ້ມາໄວ້ອາໄລ ແລະ ສົ່ງພວງມາລາ ແບ່ງເບົາຄວາມເສົ້າສະຫຼົດໃຈຢູ່ຫວຽດນາມ ແລະ ມີ 3500 ຄະນະຜູ້ແທນສາກົນໄດ້ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງຢູ່ຕາມສຳນັກງານຜູ້ຕາງໜ້າຂອງຫວຽດນາມຢູ່ທຸກແຫ່ງໃນທົ່ວໂລກ

    ຕໍ່ໜ້າການຈາກໄປຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງ ພັກກອມມູນິດຫວຽດນາມຫງວຽນຝູຈ້ອງ, ໃນຊຸມວັນທີ່ຜ່ານມາ, ການນຳຂັ້ນສູງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ, ບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື ແລະ ເພື່ອຍມິດສາກົນຈາກ 103 ປະເທດ ແລະ ເຂດແຄ້ວນ ແລະ 32 ອົງການຈັດຕັ້ງສາກົນ, ໃນນັ້ນມີ: ທ່ານທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ປະທານສະມັດຊາໃຫຍ່ ສ.ປ.ຊ,  ທ່ານປະທານາທິບໍດີ ອິນໂດເນເຊຍ; ກະສັດ ແດນມາກ; ປະທານາທິບໍດີ ສ. ປານາມາ; ນາຍົກລັດຖະມົນຕີແຫ່ງລັດ ປາແລັດສະຕິນ; ປະທານາທິບໍດີ ສະຫະພັນ ສະວິດ; ລັດຖະບານ ສ. ຣາວັນດາ; ຜູ້ອຳນວຍການໃຫຍ່ອົງການ ອະນາໄມໂລກ; ເລຂາທິການໃຫຍ່ ສະຫະພັນລັດຖະສະພາສາກົນ; ເລຂາທິການໃຫຍ່ສະຫະພັນໂທລະຄົມມະນາຄົມ ສາກົນ; ເລຂາທິການໃຫຍ່ ອົງການ ໂອເຊອານີ; ທັງເປັນປະທານພັກປະຊາຊົນສັງຄົມ ເຢຍລະມັນ; ລັດຖະມົນຕີກະຊວງການຕ່າງປະເທດ ອິດສະຣາແອັນ; ຄະນະກຳມະການ ສູນກາງພັກກອມມູນິດເຊັກໂກ, ພັກກອມມູນິດແຟງລັງ, ຄະນະບໍລິຫານງານ ສູນກາງພັກກອມມູນິດ ນອກແວ… ໄດ້ສົ່ງໂທລະເລກ, ຈົດໝາຍ, ສານ  ແບ່ງເບົາຄວາມເສົ້າສະຫຼົດໃຈ 500 ສະບັບເຖິງ ຄະນະບໍລິຫານງານ ສູນກາງ ພັກກອມມູນິດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີ້ນ, ຜູ້ປະຈຳການຄະນະເລຂາສູນກາງ ເລື່ອງເກືອງ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

    ມີ 100 ຄະນະຜູ້ແທນສາກົນໄດ້ມາໄວ້ອາໄລ ແລະ ສົ່ງພວງມາລາ ແບ່ງເບົາຄວາມເສົ້າສະຫຼົດໃຈຢູ່ຫວຽດນາມ ແລະ ມີ 3500 ຄະນະຜູ້ແທນສາກົນໄດ້ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງຢູ່ຕາມສຳນັກງານຜູ້ຕາງໜ້າຂອງຫວຽດນາມຢູ່ທຸກແຫ່ງໃນທົ່ວໂລກ.

      ເຄົາລົບນັບຖືຕໍ່ຄວາມສາມັກຄີ ແລະ ການແບ່ງປັນຂອງບັນດາປະເທດ, ຄູ່ຮ່ວມມື, ບັນດາພັກ ແລະ ເພື່ອນມິດສາກົນ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ໂຕເລີມ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ, ປະທານສະພາແຫ່ງຊາດ ເຈີ່ນແທງເມີ້ນ, ຜູ້ປະຈຳການຄະນະເລຂາສູນກາງພັກ ເລື່ອງເກືອງ ໄດ້ສົ່ງຈົດໝາຍ ແລະ ໂທລະເລກ ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈພິເສດ ແລະ ຄຳຢື້ຢາມຖາມຂ່າວລະດົມ ກຳລັງໃຈຕໍ່ຄວາມເສຍຫາຍອັນໃຫຍ່ຫຼວງຂອງພັກ, ລັດ, ປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. ການນຳພັກ ແລະ ລັດ ຫວຽດນາມ ປາດຖະໜາຢາກພ້ອມກັບບັນດາປະເທດຄູ່ຮ່ວມມື ສືບຕໍ່ປະຕິບັດຄຳໝັ້ນສັນຍາຂອງທ່ານເລຂາທິການໃຫຍ່ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ບັນດາປະເທດຄູ່ຮ່ວມມື, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະຄວາມຈະເລີນຮຸ່ງເຮືອງໃນພາກພື້ນແລະໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ