ການນຳຫວຽດນາມປຸກລະດົມວັນບຸນປູກຕົ້ນໄມ້ຢູ່ທ້ອງຖີ່ນຕ່າງໆ

ການນຳຫວຽດນາມປຸກລະດົມວັນບຸນປູກຕົ້ນໄມ້ຢູ່ທ້ອງຖີ່ນຕ່າງໆ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈ​ືອງ​ເຕີນ​ຊາງ ປູກຕົ້ນໄມ້ຢູ່ແຂວງແທງຮ່ວາ
(ພາບ: dantri.com)

(vovworld) - ​​ການປູກ​ຕົ້ນ​ໄມ້​ໃນ​ຊຸມ​ວັນ​ບຸ​ນ​ເຕັດ, ຕ້ອນຮັບ​ລະ​ດູ​ບານ​ໃໝ່​ໄດ້​ກາຍ​ເປັນ​ປະ​ເພນີ, ຈຸດ​ດີງາມ​ດ້ານ​ວັດທະນະທຳ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ຫວຽດນາມ. ຕອນ​​ເຊົ້າ​ວັນ​ທີ 7/2, ກົງ​ກັບ​ວັນ​ທີ 8 ​ບຸນ​ເຕັດ ປີ​ມະ​ເມຍ 2014, ທ່ານ​ປະທານ​ປະ​ເທດ ​ເຈ​ືອງ​ເຕີນ​ຊາງ ພ້ອມ​ກັບ​ຜູ້ຕາງໜ້າ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການຂັ້ນ​ສູນ​ກາງ, ທ້ອງ​ຖີ່​ນຕ່າງໆ ​ແລະ ປະຊາຊົນ​ແຂວງ ​ແທງ​ຮ໋ວາ ​​ໄດ້​ເຂົ້າຮ່ວມເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ປຸກລະດົມ​ວັນບຸນ​​ປູກ​ຕົ້ນ​ໄມ້ ປີ 2014 ສະ​ແດງ​ຄວາມຮູ້​ບຸນຄຸນ​ປະທານ ​ໂຮ່ຈີ​ມິນ ຕະຫຼອດ​ກາລະ​ນານ.

        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ເລື່ອງ​ປູກ​ຕົ້ນ​ໄມ້ ​ແລະ ປົກ​ປັກ​ຮັກສາ​ປ່າ​ໄດ້​ກາຍ​ເປັນ​ໜ້າ​ທີ່​ຮີບ​ດ່ວນ​ໃນ​ຕໍ່ໜ້າ, ທັງ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ທີ່​ຍາວ​ນານ​ສຳລັບ ຫວຽດນາມ, ​ເຊິ່ງ​ແມ່ນ​ປະ​ເທດ​ຮັບ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ  ​ເວົ້າວ່າ:

        “ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ພໍ່​ແມ່​ພີ່ນ້ອງ​ຈົ່ງ​ຕັ້ງໜ້າ​ຕອບ​ສະໜອງ, ​ເຂົ້າ​ຮ່ວມ​ຂະ​ບວນການ “​ປູກ​ຕົ້ນ​ໄມ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ລຸງ​ໂຮ່ຕະຫຼອດ​ກາລະ​ນານ”, ​ເລືອກ​ເຟັ້ນ​​ແນວ​ປູກ​​ທີ່​ເໝາະ​ສົມ​ກັບດິນ​ຟ​້າອາກາດ​ຂອງ​ແຕ່ລະ​ເຂດ.​.​.​ ຈົ່ງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປູກປ່າ ​ແລະ ປົກ​ປັກ​ຮັກສາ​ປ​່າ, ​ເດັດ​ດຽວສະກັດ​ກັ້ນການ​ຕັດ​ໄມ້​ທຳລາຍ​ປ່າ, ກໍ່​ໃຫ້​ເກີດ​ໄພ​ໄຟ​ໄໝ້​ປ່າ, ປົກ​ປັກ​ຮັກສາ​ຊີວະ​ນາໆພັນ, ປະຕິບັດ​ຄຳ​ສັ່ງ​ສອນ​ຂອງ​ລຸງ​​ໂຮ່​ທີ່​ວ່າ “ລະດູບານ​ໃໝ່​ແມ່ນ​ວັນບຸນ​ປູກ​ຕົ້ນ​ໄມ້, ​ເຮັດ​ໃຫ້​ປະ​ເທດ​ຊາດ​​ນັບ​ມື້​ນັບ​ຂຽວ​ສົດ​ງົດ​ງາມ””

        ກໍ່​​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ປຸກລະດົມ​ວັນບຸນ​ ປູກ​ຕົ້ນ​ໄມ້​ຢູ່​ແຂວງ ຮ່ວາ​ບີ່​ງ. ນະ​ພິທີ, ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕອງ​ທິຟ໋ອງ ສະ​ເໜີໃຫ​້ຄະນະ​ພັກ, ອຳນາດ​ການ​ປົກຄອງ​​ຂັ້ນຕ່າງໆ, ບັນດາ​ຂະ​ແໜງ​ການ ​ແລະ ປະຊາຊົນ​ໃນ​ແຂວງຈົ່ງ​ຕອບ​ສະໜອງ ​ແລະ ​ເຂົ້າ​ຮ່ວມ​ຂະ​ບວນການ​ປູກ​ຕົ້ນ​ໄມ້, ປູກ​ປ່າ ​ແລະ ປົກ​ປັກ​ຮັກສາ​ປ່າຢ່າງ​ຕັ້ງໜ້າ​​ນຳ​ຂະ​ບວນການ​ພັດທະນາ​ຢ່າງ​ແຮງ, ກ້ວາງ​ຂວາງ, ກາຍ​ເປັນ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອອັນ​ດີງາມ​ຂອງ​ບັນດາ​ເຜົ່າ​ໃນ​ແຂວງ.

ຂ່າວ/ບົດ​ອື່ນ