ການນຳຫວຽດນາມສົ່ງສານອວຍພອນວັນຊາດຂອງຈີນ

ການນຳຫວຽດນາມສົ່ງສານອວຍພອນວັນຊາດຂອງຈີນ - ảnh 1
ປະທານ​ປະ​ເທດ Truong Tan Sang ພົບປະກັບ ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ຈີນ ຫູ​ຈີນ​ເທົາ
(ພາບ: TTXVN)

(vov) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ປະ​ເທດ​ສາທາລະນະ​ລັດ​ປະຊາຊົນ​ຈີນ (1/10/1945 – 1/10/2012), ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ປະທານ​ປະ​ເທດ Truong Tan Sang, ທ່ານນາຍົກລັດຖະມົນຕີ Nguyen Tan Dung, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຈີນ, ປະທານ​ປະ​ເທດ​ຈີນ ຫູ​ຈີນ​ເທົາ, ປະທານ​ສະພາ​ແຫ່ງ​ຊາດ​ຈີນ  ອູ​ປາງ​ກົ້ວ, ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ເປົາ. ​ໃນ​ສານ​ອວຍພອນ, ບັນດາ​ການ​ນຳ​ພັກ, ລັດ​ຫວຽດນາມ​ຕີ​ລາຄາ​ສູງ​ຜົນງານຕ່າງໆ​ເຊິ່ງປະຊາຊົນ​ຈີນ​ບັນລຸ​ໄດ້ ​ໃນ 63 ປີຜ່ານມາ, ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ຄວາມ​ກ້າວໜ້າ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ຫວຽດນາມ- ຈີນ, ພ້ອມ​ທັງ​ຢືນຢັນ​ວ່າ​ພັດ, ​ລັດ ​ແລະ ປະຊາຊົນ​ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ຈີນ​ມານະ​ພະຍາຍາມ ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໄກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ