ການນຳຫວຽດນາມສົ່ງໂທລະເລກສະແດງຄວາມເສົ້າສະລົດໃຈໄປຍັງການນຳສປປ.ລາວຕໍ່ໜ້າເຫດອຸບັດຕິເຫດເຮືອບິນຕົກ

 

(vovworld) – ​​ ​ໂທລະ​ເລກ​ສະ​​ແດງ​ຄວາມ​ເສົ້າ​ສະລົົດ​ໃຈ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ ສສ. ຫວຽດນາມ ສົ່ງເຖິງ​ການ​ນຳ ສປປ. ລາວ ພາຍຫຼັງ​ໄດ້​ຮັບ​ຂ່າວ​ວ່າ ການ​ນຳ​ຂັ້ນ​ສູງຂອງ​ພັກ ​ແລະ ລັດຖະບານ​​ແຫ່ງ ສປປ ລາວ ບາ​ງທ່ານ​ຖືກ​ເສຍ​ຊີວິດ​ໃນ​ການ​ເດີນທາງ​ໄປ​ປະຕິບັດ​ງານ​ໃນ​ວັນ​ທີ 17/5. ​ໂທລະ​ເລ​ກ​ໄດ້​ຢືນຢັນ​ວ່າ: ນີ້​ແມ່ນ​ຄວາມ​ເສຍ​ຫາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​​ແຫ່ງ ສປປ ລາວ . ການ​ນຳ ​ແລະ ປະຊາຊົນ ຫວຽດນາມ ​ໄດ້ສູນ​ເສຍບັນດາ​ສະຫາຍ, ​ເພື່ອນ​ມິດ​ທີ່​ສະໜິດສະໜົມ, ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ.

    ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ລາວ ຈະ​ຜ່ານ​ຜ່າ​ຄວາມ​ເຈັບ​ປວດ, ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ນີ້, ສືບ​ຕໍ່​ພາລະກິດ​ກໍ່ສ້າງ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ​.

    ​ເຫດ​​ເຮືອບິນ​ຕົກ​ເມື່ອ​ວັນ​ທີ 17/5, ​ໄດ້​ເຮັດ​ໃຫ້​ທ່ານ ດວງ​ໃຈ ພິຈິດ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ ທອງ​ບັນ ​ແສງ​ອາພອນ, ​ເລຂາ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ​ເຈືອງ ສົມ​ບູນຂັນ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງພັກ ພ້ອມ​ກັບ​ພະນັກງານ​ບາງ​ທ່ານ​ຖືກເສຍ​ຊີວິດ.

​​


ຂ່າວ/ບົດ​ອື່ນ