ການນຳຫວຽດນາມອວຍພອນ ການນຳລາຊະອານາ ຈັກກຳປູເຈຍໃນໂອກາດ ສະເຫຼີມສະຫຼອງວັນຊາດ ຄົບຮອບ 60 ປີ


ການນຳຫວຽດນາມອວຍພອນ ການນຳລາຊະອານາ ຈັກກຳປູເຈຍໃນໂອກາດ ສະເຫຼີມສະຫຼອງວັນຊາດ ຄົບຮອບ 60 ປີ - ảnh 1

 (ພາບປະກອບ: hochiminhcity.gov.vn )

(vovworld)-​​​​ ​ ​ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນຊາດ​ລາຊະ​ອານາຈັກ​ກຳປູ​ເຈຍ ຄົບຮອບ 60 ປີ (9/11/1953-9/11/2013),​ ວັນທີ 8/11, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ ​ໄດ້​ຝາກ​ໂທລະ​ເລ​ກອວຍພອນ​ມາ​ຍັງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປຊຊ ກຳປູ​ເຈຍ; ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ຝາກ​ສໍ່​ດອ​ກໄມ້ ​ແລະ ປະ​ທານປະ​ເທດ​ເຈືອງ​ເຕິ​ນຊາງ ຝາກ​ໂທລະ​ເລ​ກອວຍພອນ​ມາ​ຍັງກະ​ສັດກຳປູ​ເຈຍ Norodom Sihamoni, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຝາກ​ໂທລະ​ເລ​ກອວຍພອນ​ມາ​ຍັງນາຍົກລັດຖະມົນຕີກຳປູ​ເຈຍ Samdec Techo Hun Sen; ປະທານ​ສະພາ​ແຫ່ງ​ຊາດ​ງຫວຽດນາມ ​ຫງວຽນ​ຊິງ​ຮຸ່ງ ຝາກ​ໂທລະ​ເລ​ກອວຍພອນ​ມາ​ຍັງປະທານ​ສະພາ​ສູງ​ກຳປູ​ເຈຍ Samdec Chea Sim ​ແລະ ປະທານ​ສະພາ​ແຫ່ງຊາດ​ກຳປູ​ເຈຍ Samdec Heng Samrin.

  ​ໃນ​ໂທລະ​ເລ​ກອວຍພອນ​, ບັນດາ​ການ​ນຳ​ຫວຽດນາມ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ບັນດາ​ຜົນງານ​ອັນ​ໃຫ່ຍຫຼວງ, ໜ້າ​ເອກອ້າງ​ທະ​ນົງ​ໃຈ​ຊື່​ງ ປຊຊ ກຳປູ​ເຈຍ​ຍາດ​ມາ​ໄດ້​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ 60 ປີຜ່ານມາ; ອວຍພອນ​ກຳປູ​ເຈຍ ​ໄດ້​ຈັດຕັ້ງການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ສຳ​ເລັດ​ຜົນ. ການ​ນຳ​ຫວຽດນາມ ​ເຊື່ອໝັ້ນວ່າ, ປຊຊ ກຳປູ​ເຈຍ ຈະ​ສືບ​ຕໍ່​ບັນລຸດ​ໄດ້ ບັນດາ​ຜົນງານ​ອັນ​ໃຫ່ຍຫຼວງກ່ວາ​ອີກ ​ເພື່ອ​ແນ​ໃສ່​ສ້າງ​ປະ​ເທດ​ກຳປູ​ເຈຍ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ, ມີ​ບົດບາດ​ນັບ​ມື້​ນັບ​ສູງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ./.

ຂ່າວ/ບົດ​ອື່ນ