ການນຳຫວຽດນາມໃຫ້ການຕ້ອນຮັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນ

ການນຳຫວຽດນາມໃຫ້ການຕ້ອນຮັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ
​ແລະ ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Fumio Kishida
(ພາບອິນເຕີແນດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 1/8/2014, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Fumio Kishida ​ໄດ້​ເປັນ​ປະທານ​ຮ່ວມ​ການ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມື​ຫວຽດນາມ - ຍີ່ປຸ່ນ ຄັ້ງ​ທີ 6. ກ່ອນ​ໜ້າ​ນັ້ນ, ທ່ານ​ ຮອງ​ນາຍົກລັດຖະມົນຕີ. ລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ Fumio Kishida. ທ່ານ​ ຮອງ​ນາຍົກລັດຖະມົນຕີ. ລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ, ຫວຽດນາມ​ຖື​ຍີ່ປຸ່ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ສ່ວນ ທ່ານ​ລັດຖະມົນຕີ Fumio Kishida ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ຍີ່ປຸ່ນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ກັບ​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ຮອບດ້ານ ​ແລະ ​ແທດ​ຈິງ. ທ່ານ​ກໍ່​ໄດ້​ຢືນຢັນ​ວ່າ, ຍີ່ປຸ່ນ​ຖື​ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ ODA ​ແລະ ລັດຖະບານ​ຍີ່ປຸ່ນ​ສືບ​ຕໍ່​ຮັກສາ​ລະດັບ ODA ສູງ​ສຸດ​ໃຫ້​ແກ່​ຫວຽດນາມ. ສ່ວນ ທ່ານ​ ຮອງ​ນາຍົກລັດຖະມົນຕີ. ລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ກໍ່​ຢືນຢັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານຫວຽດນາມ ​ໃນ​ການ​ນຳ​ໃຊ້​ແຫຼ່ງ​ທຶນ ODA ຂອງ​ຍີ່ປຸ່ນ​ຢ່າງ​ມີ​ປະສິດທິ​ຜົນ ​​ເພື່ອ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ.

        ທ່ານ​ ຮອງ​ນາຍົກລັດຖະມົນຕີ. ລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​​ແລະ ທ່ານ​ລັດຖະມົນຕີ Fumio Kishida ກໍ່​ໄດ້​ແລກປ່ຽນ​ຄວາມ​ເຫັນ ​ແລະ ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ເຊິ່ງທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

ໃນຕອນ​ບ່າຍ​ວັນດຽວ​ກັນ, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ ​ໂຕ​ຮູ​ຍ​ເຮື໋ອ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ​ສະມາຊິກ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ພວມ​ຢູ່​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ.

    ທີ່​ການ​ຕ້ອນຮັບ, ທ່ານ ​ໂຕ​ຮູ​ຍ​ເຮື໋ອ ຢືນຢັນ​ວ່າ: ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ​ປາດ​ຖະໜາ​ຢາກ​​ເຮັດ​ໃຫ້​ການພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ຍີ່ປຸ່ນ​ເລິກ​ເຊິ່ງກ່ວາ​ອີກ, ພ້ອມ​ທັງ​ສະ​ແດງ​ຄວາມ​ເພິ່ງພໍ​​ໃຈ​ຕໍ່​ການ​ພັດທະນາ​ອັນ​ດີງາມ, ​ແຂງ​ແຮງ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ເຊິ່ງພົ້ນ​ເດັ່ນ​ແມ່ນ​ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ເພື່ອ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ອາຊີ” ​ໃນ​ການ​ຢ້ຽມຢາມ ຍີ່ປຸ່ນ ທາງ​ລັດຖະກິດ​ຂອງທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອ​ງ​ເຕີນ​ຊາງ ​​ໃນ​ເດືອນ 3/2014. ທ່ານ ​ໂຕ​ຮູ​ຍ​ເຮື໋ອ ກໍ່​ຂອບ​ອົກ​ຂອບ​​ໃຈ ​ແລະ ຕີ​ລາຄາ​ສູງ​ນ້ຳ​​ໃຈ​ອັນ​ດີງາມ​ ​ແລະ ບັນດາ​ການ​ປະກອບສ່ວນ​ຕັ້ງໜ້າ​ຂອງ​ທ່ານ Kishida ​ສຳລັບ​ປະ​ເທດ​ຊາດ ​ແລະ​ ປະຊາຊົນ ຫວຽດນາມ ໃນ​ການ​ເພີ່ມ​ທະວີ, ປັບປຸງ​ກາ​ນພົວພັນ ຫວຽດນາມ - ຍີ່ປຸ່ນ ​ໃນຖານະ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກໍ່​ຄື​ການ​ນຳ​ພັນທະ​ພາບ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ.

    ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ຢືນຢັນ​ວ່າ: ລັດຖະບານ ຍີ່ປຸ່ນ​ຖື​ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ເສດຖະກິດ - ສັງຄົມ​ຜ່ານ​ການ​ສະໜອງ ODA ​ໃນ​ລະດັບ​ສູງ.

 

ຂ່າວ/ບົດ​ອື່ນ