ການນຳຫຼາຍທ່ານໃນໂລກສືບຕໍ່ອວຍພອນປະທານາທິບໍດີໄດ້ຮັບໄຊຊະນະໃນການເລືອກຕັ້ງ Donald Trump

ການນຳຫຼາຍທ່ານໃນໂລກສືບຕໍ່ອວຍພອນປະທານາທິບໍດີໄດ້ຮັບໄຊຊະນະໃນການເລືອກຕັ້ງ Donald Trump - ảnh 1
ການ​ນຳ​ຫຼາຍ​ທ່ານ​ໃນ​ໂລກ​ສືບ​ຕໍ່​ອວຍ​ພອນ​​
ປະ​ທາ​ນາ​ທິ​ບໍ​ດີໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລື​ອກ​ຕັ້ງ Donald Trump
(ພາບ: Reuters)

(vovworld) - ວັນ​ທີ 09/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ໂທ​ລະ​ສັບ​ອວຍ​ພອນ​ທ່ານ Donald Trump ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ເຊີນ​ທ່ານ Trump ເຂົ້າ​ທຳ​ນຽບ​ຂ​າວ​ໃນ​ວັນ​ທີ 10/11 ເພື່ອ​ອັບ​ເດັດ​ສະ​ພາບ​ການ​ການ​ເມືອງ ກ​ໍ​ຄື​ກະ​ກຽ​ມ​ໃຫ້ວິ​ວັດ​ທະ​ນາ​ການມອບ​ຮັບ​ສິດ​ອຳ​ນາດ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ໄດ້​ອວຍ​ພອນ​ທ່ານ Donald Trump ແລະ ສະ​ແດງ​ຄວາມ​​ຫວັງ​ຕໍ່​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ນາງ Merkel ຢືນ​ຢັນ​ວ່າ, ເຢຍ​ລະ​ມັນ ແລະ ອາ​ເມ​ລິ​ກາ ຈະ​ເຊື່ອມ​ຕໍ່​​ນຳ​ກັນ​ຜ່ານ​ບັນ​ດາ​ຄຸນ​ຄ່າ​ຄື: ປະ​ຊາ​ທິ​ປະ​ໄຕ, ຄວາມ​ເສ​ລີ, ​​ເຄົາ​ລົບ​ກົດ​ໝາຍ, ທັດ​ສະ​ນະ​ດ້ານ​ການ​ເມືອງ...

        ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ Theresa May ກໍ​ອວຍ​ພອນ​ທ່ານ Donald Trump ໄດ້​ຮັບ​ໄຊ​ຊະ​ນະໃນ​ການ​ເລືອ​ກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ, ຢືນ​ຢັນ​ວ່າ, ລອນ​ດອນ ແລະ ວ​ໍ​ສິງ​ຕັນ ຍັງ​ຄົງ​ແມ່ນ “ບັນ​ດາ​ຄູ່​ຮ່ວມ​ມື​ຢ່າງ​ໃກ້​ຊິດ ແລະ ໝັ້​ນ​ຄົງ​ດ້ານ​ການ​ຄ້າ, ​ການ​ປ້ອງ​ກັນ​ຊາດ ກໍ​ຄື​ການ​ປ້ອງ​ກັນ​ຊາດ”.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແບນ​ຊິກ, ອີ​ຕາ​ລີ, ອົດ​ສະ​ຕາ​ລີ ກໍ​ໄດ້​ອວຍ​ພອນ​ໄຊ​ຊະ​ນະ​ຂອງ​ທ່ານ Donald Trump ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ