ການ​ນຳຫຼາຍ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ສືບ​ຕໍ່​ສົ່ງ​ໂທ​ລະ​ເລກ, ສານ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ກັບ​ການ​ຈາກ​ໄປ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) - ວັນທີ 26 ກໍລະກົດ, ການນຳຂັ້ນສູງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ, ບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື ໄດ້ສົ່ງໂທລະເລກ, ຈົດໝາຍ, ສານແບ່ງເບົາຄວາມເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ໂດຍໄດ້ຮັບຂ່າວວ່າ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ, ວັນທີ 26 ກໍລະກົດ, ການນຳຂັ້ນສູງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ, ບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື, ໃນນັ້ນມີ: ທ່ານທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ປະທານສະມັດຊາໃຫຍ່ ສ.ປ.ຊ, ທ່ານປະທານາທິບໍດີ ອິນໂດເນເຊຍ; ກະສັດ ແດນມາກ; ປະທານາທິບໍດີ ສ. ປານາມາ; ນາຍົກລັດຖະມົນຕີແຫ່ງລັດ ປາແລັດສະຕິນ; ປະທານາທິບໍດີ ສະຫະພັນ ສະວິດ; ລັດຖະບານ ສ. ຣາວັນດາ; ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ; ເລຂາທິການໃຫຍ່ ສະຫະພັນລັດຖະສະພາສາກົນ; ເລຂາທິການໃຫຍ່ ສະຫະພັນໂທລະຄົມມະນາຄົມ ສາກົນ; ເລຂາທິການໃຫຍ່ອົງການ ໂອເຊອານີ; ທັງເປັນປະທານພັກປະຊາຊົນສັງຄົມ ເຢຍລະມັນ; ລັດຖະມົນຕີກະຊວງການຕ່າງປະເທດ ອິດສະຣາແອັນ; ຄະນະກຳມະການສູນກາງພັກກອມມູນິດ ເຊັກໂກ, ພັກກອມມູນິດ ແຟງລັງ, ຄະນະບໍລິຫານງານສູນກາງພັກກອມມູນິດ ນອກແວ… ໄດ້ສົ່ງໂທລະເລກ, ຈົດໝາຍ, ສານແບ່ງເບົາຄວາມເສົ້າສະຫຼົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ໃນຊ່ອງທາງການທູດປະຊາຊົນ, ຕາມການສະຖິຕິຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລ້ວ, ນັບແຕ່ວັນທີ 20 ກໍລະກົດ ຫາວັນທີ 26 ກໍລະກົດ ໄດ້ມີໂທລະເລກ, ຈົດໝາຍ, ສານແບ່ງເບົາຄວາມເສົ້າສະຫຼົດໃຈປະມານ 150 ສະບັບ ສົ່ງເຖິງພັກ, ລັດ, ປະຊາຊົນ ຫວຽດນາມ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກຂັ້ນສູນກາງ ແລະ ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ