ການນຳຫຼາຍປະເທດສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ໄດ້ເນັ້ນໜັກເຖິງວິໄສທັດຂອງທ່ານເລຂາທິການໃຫຍ່ກ່ຽວກັບການປົກປັກຮັກສາສິດເປັນເຈົ້າຕົນເອງຍຸດທະສາດ ແລະ ຊຸກຍູ້ການຄຸ້ມຄອງຢູ່ ຫວຽດນາມ ອັນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ
ການນຳຫຼາຍປະເທດສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ (1944-2024)
(ພາບ: plo.vn)

        ໂດຍໄດ້ຮັບຂ່າວວ່າ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຈາກໄປຢ່າງບໍ່ມີວັນຫວນກັບ, ການນຳຫຼາຍປະເທດ, ການນຳບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື, ອົງການຈັດຕັ້ງສາກົນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໄດ້ສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານປະທານປະເທດ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະຊາຊົນ ຫວຽດນາມ ແລະ ຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ໃນສານ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ໄດ້ເນັ້ນໜັກເຖິງວິໄສທັດຂອງທ່ານເລຂາທິການໃຫຍ່ກ່ຽວກັບການປົກປັກຮັກສາສິດເປັນເຈົ້າຕົນເອງຍຸດທະສາດ ແລະ ຊຸກຍູ້ການຄຸ້ມຄອງຢູ່ ຫວຽດນາມ ອັນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ; ມໍລະດົກຂອງທ່ານເລຂາທິການໃຫຍ່ຈະສືບຕໍ່ສ້າງແຫຼ່ງບັນດານໃຈໃຫ້ລຸ້ນຕໍ່ໆໄປໃນອະນາຄົດຢູ່ ຫວຽດນາມ ແລະ ທົ່ວເຂດອາຊີຕາເວັນອອກສ່ຽງໃຕ້.

ທ່ານປະທານສະພາບໍລິຫານແຫ່ງລັດ ມຽນມາ Min Aung Hlaing, ຖືວ່າ, ການຊີ້ນຳນຳພາ ແລະ ການອຸດທິດສ່ວນຂອງທ່ານເລຂາທິການໃຫຍ່ ໃຫ້ແກ່ປະເທດຊາດໄດ້ສ້າງຂີດໝາຍບໍ່ສາມາດຈືດຈາງໃນປະຫວັດສາດອັນຍິ່ງໃຫຍ່ຂອງ ຫວຽດນາມ.

ໂດຍສະແດງຄວາມເຄົາລົບ, ນັບຖື ແລະ ຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາສະມາຄົມຊາວ ຫວຽດນາມ ອາໄສຢູ່ ລາວ, ກຳປູເຈຍ, ມາເລເຊຍ, ສິງກະໂປ, ໄທ, ເຢຍລະມັນ, ມາເກົາ (ຈີນ)… ກໍ່ໄດ້ສົ່ງຈົດໝາຍ, ໂທລະເລກສະແດງຄວາມເສົ້າສະຫຼົດໃຈ ແລະ ມີຫຼາຍຮູບແບບສະແດງນ້ຳໃຈອັນສຸດຊື້ງ, ສະແດງຄວາມຮູ້ບຸນຄຸນຕໍ່ກັບພາລະກິດ, ຄຸນງາມຄວາມດີ ແລະ ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນພາລະກິແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ, ນ້ຳໃຈຄວາມຮັກແພງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

ໃນຂະນະນັ້ນ, ຕອນເຊົ້າວັນທີ 22 ກໍລະກົດ, ຢູ່ ນິວເດລີ, ກ່ອນດຳເນີນວາລະກອງປະຊຸມກ່ຽວກັບງົບປະມານ, ບັນດາສະມາຊິກລັດຖະສະພາ ອິນເດຍ ໄດ້ສະຫງວນເວລາ 1 ນາທີເພື່ອໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຕາມແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ໃນວັນທີ 22 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຈະເດີນທາງມາ ຫວຽດນາມ ເຂົ້າຮ່ວມພິທີງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ