ການນຳຫຼາຍປະເທດສືບຕໍ່ສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ທ່ານປະທານາທິບໍດີ ອີຕາລີ Sergio Mattarella, ໄດ້ເນັ້ນໜັກເຖິງການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຍູ້ແຮງການພົວພັນລະຫວ່າງ ຫວຽດນາມ - ອີຕາລີ
ການນຳຫຼາຍປະເທດສືບຕໍ່ສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ
(ພາບ: TTXVN)

        ໂດຍໄດ້ຮັບຂ່າວວ່າ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຈາກໄປ, ການນຳຫຼາຍປະເທດ ແລະ ບັນດາພັກການເມືອງໃນໂລກ ສືບຕໍ່ສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈ.

        ທ່ານປະທານາທິບໍດີ ອີຕາລີ Sergio Mattarella, ໄດ້ເນັ້ນໜັກເຖິງການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຍູ້ແຮງການພົວພັນລະຫວ່າງ ຫວຽດນາມ - ອີຕາລີ, ເມື່ອ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2013, ເນື່ອງໃນໂອກາດການຢ້ຽມຢາມ ອີຕາລີ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນເດືອນ ມັງກອນ ຂອງປີດຽວກັນ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ, ໃນຕະຫຼອດຊີວິດຮັບໃຊ້ໃຫ້ແນວຄິດ ແລະ ປະເທດຂອງຕົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບໍ່ຫວາດຫວັ່ນມານະພະຍາຍາມເພື່ອອະທິປະໄຕຂອງ ຫວຽດນາມ ແລະ ນຳພາປະເທດບັນລຸຜົນງານທີ່ໜ້າສົນໃຈໃນການພັດທະນາເສດຖະກິດ - ສັງຄົມ.

        ການນຳຫຼາຍປະເທດອື່ນໃນໂລກ, ຄື: ປະທານາທິບໍດີ ອານເຊຣີ; ປະທານາທິບໍດີ ບຣາຊິນ; ກະສັດກາຕາ ແລະ ຮອງກະສັດ ກາຕາ, ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ກາຕາ; ນາຍົກລັດຖະມົນຕີ ເນປານ; ນາຍົກລັດຖະມົນຕີ ນີເຊເຣຍ; ປະທານາທິບໍດີ ຕວັກກີ… ພ້ອມກັບບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື, ອົງການຈັດຕັ້ງສາກົນ ກໍ່ໄດ້ສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ