ການ​ນຳຫຼາຍ​ປະ​ເທດ​ໃນ​ໂລກ ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​​ເດຍ​ຕໍ່​ການ​ຈາກ​ໄປ​ຂອງ​ທ່າ​ນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Abe Shinzo

(VOVWORLD) -ການນຳຫຼາຍປະເທດໃນໂລກ ໄດ້ສະແດງຄວາມໂສກເສົ້າເສຍເດຍເມື່ອໄດ້ຮັບຂ່າວ ທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເຖິງແກ່ມໍລະນະກຳ ຍ້ອນຖືກລອບສັງຫານ ໃນຂະນະທີ່ທ່ານຂຶ້ນກ່າວປາໄສຫາສຽງເລືອກຕັ້ງໃຫ້ແກ່ຜູ້ສະໝັກເລືອກຕັ້ງຄົນໜຶ່ງຂອງພັກປະຊາທິປະໄຕເສລີ (LDP) ກຳອຳນາດຢູ່ນະຄອນ ນາຣາ, ທາງທິດຕາເວັນຕົກ ປະເທດ ຍີ່ປຸ່ນ ໃນວັນທີ 8 ກໍລະກົດ .

ໃນຖະແຫຼງການວັນທີ 8 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ທ່ານຕົກສະເງີ້ ແລະ ຮູ້ສຶກໂສກເສົ້າເສຍເດຍຕໍ່ເຫດການນີ້. ທ່ານຖືວ່າ ນີ້ແມ່ນ “ໂສກນາດຕະກຳ”; ພ້ອມທັງຢັ້ງຢືນວ່າ ປະເທດ ອາເມລິກາ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ຍີ່ປຸ່ນ ໃນຈຸດເວລາທີ່ເຈັບປວດນີ້.

        ພະມະຫາກະສັດ ມາເລເຊຍ Abdullah Shah ແລະ ພະມະເຫສີ Azizah Iskandariah ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo. ທ່ານນາຍົກລັດຖະມົນຕີ ມາເລເຊຍ Ismail Sabri Yaakob ກໍໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງທີ່ສຸດຕໍ່ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ຕໍ່ການຈາກໄປຂອງອະດີດນາຍົກລັດຖະມົນຕີ Abe Shinzo.

        ການນຳບັນດາປະເທດອື່ນຢູ່ ອາຊີ ລວມມີ ທ່ານນາຍົກລັດຖະມົນຕີ ໄທ ປະຣາຢຸດ ຈັນໂອຊາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ກໍໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງປະຊາຊົນ ຍີ່ປຸ່ນ ແລະ ຄອບຄົວທ່ານອະດີດນາຍົກລັດຖະມົນຕີ Abe Shinzo.

        ການນຳບັນດາປະເທດ ນິວຊີແລນ, ປາກິດສະຖານ, ບຣາຊິນ, ເຊີເບຍ ກໍໄດ້ກ່າວປະນາມຕໍ່ການຄາດຕະກຳນີ້, ພ້ອມທັງໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງລັດຖະບານ, ປະຊາຊົນ ແລະ ຄອບຄົວທ່ານອະດີດນາຍົກລັດຖະມົນຕີ Abe Shinzo.

ຕອບກັບ

ຂ່າວ/ບົດ​ອື່ນ