ການນຳຫຼາຍປະເທດໃນໂລກຝາກໂທລະເລກອວຍພອນວັນຊາດ ສສ ຫວຽດນາມ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສະຖາປະນາປະເທດ ສສ ຫວຽດນາມ (2/9/1945 – 2/9/2017), ການນຳບັນດາປະເທດໄດ້ຝາກໂທລະເລກອວຍພອນເຖິງການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ.
ການນຳຫຼາຍປະເທດໃນໂລກຝາກໂທລະເລກອວຍພອນວັນຊາດ ສສ ຫວຽດນາມ - ảnh 1 ພາບປະກອບ

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ ຈີນ ສື້ຈິ້ນຜິງ ໄດ້ຝາກໂທລະເລກອວຍພອນທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ; ທ່ານນາຍົກລັດຖະມົນຕີ ຫຼີເຄີສຽນໄດ້ຝາກໂທລະເລກອວຍພອນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

        ໃນໂທລະເລກອວຍພອນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານ ປະເທດລາວ ບຸນຍັງ ວໍລະຈິດ; ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ແລະ ປະທານສະພາແຫ່ງຊາດ ລາວ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຂອບອົກຂອບໃຈພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນໃຫ້ແກ່ພາລະກິດແຫ່ງການປະຕິວັດກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ.

        ຄະນະປະຈຳສູນກາງພັກປະຊາຊົນ ກຳປູເຈຍ (CPP), ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen, ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ແລະ ຜູ້ວ່າການປະທານສະພາສູງ ກຳປູເຈຍ Nay Penna ໄດ້ຝາກໂທລະເລກ ອວຍພອນ.

        ແລະເນື່ອງໃນໂອກາດນີ້, ການນຳພັກ, ລັດ, ລັດຖະບານ ປະເທດ ກູບາ, ລັດເຊຍ, ຍີ່ປຸ່ນ, ມາເລເຊຍ, ສິງກະໂປ,ໄທ ກໍ່ໄດ້ຝາກໂທລະເລກອວຍພອນ ເຖິງການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ