ການນຳອັງກິດ-ເຢຍລະມັນປຶກສາຫາລືກ່ຽວກັບການຊຸກຍູ້ການປະຕິຮູບອີຢູ

ການນຳອັງກິດ-ເຢຍລະມັນປຶກສາຫາລືກ່ຽວກັບການຊຸກຍູ້ການປະຕິຮູບອີຢູ - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel
(ພ​າບ: AFP/TTXVN)

(vovworld) – ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ໄດ້​ຍ້ອງຍ​ໍ​ຊົມ​ເຊີຍ​ ອັງ​ກິດ ແມ່ນ​ພັນ​ທະ​ມິດ​ສຳ​ຄັນ​ຊ່ວຍ​ສະ​ຫະ​ພາບ ເອ​ີ​ລົບ (ອີ​ຢູ) ປະ​ຕິ​ຮູບ ແລະ ຊຸກ​ຍູ້​ບັນ​ດາ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ (FTA) - ເຊິ່ງ​ລວມ​ທັງ FTA ກັບ ອາ​ເມ​ລິ​ກາ. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Merkel ຢັ້ງ​ຢືນ​ວ່າ: ເຢຍ​ລະ​ມັນ ​ປາດ​ຖະ​ໜາ​ຢາກ​ໃຫ້ ອັງ​ກິ​ດ​ສືບ​ຕໍ່​ຮ່ວມ​ກັບ ອີ​ຢູ ​ເພື່ອ​ໃຫ້ ອີ​ຢູໝັ້ນ​ຄົງ​ເຂັ້ມ​ແຂງ ແລະ ສຳ​ເລັດ​ຜົນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອ​ັງ​ກິດ David Cameron ໃນ​ການ​ຢ້ຽມ​ຢາມ ລອນດອນ ​ເມື່ອ​ວັນ​ທີ 7/1, ທ່ານ​ນາງ Merkel ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ຕໍ່ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ​ວ່າ: ຄວນ​ປະ​ຕິ​ຮູບ​ບາງ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ສະ​ຫວັດ​ດີ​ການ​ໃຫ້​ແກ່​ຜູ້​​ເຂົ້າ​ເມືອງ​​ທີ່​ມາ ຈາກ​ບັນ​ດາ​ປະ​ເທດ ເອີ​ລົບ, ແຕ່​ເນັ້ນ​ໜັກ​ວ່າ​ອາດ​ຈະ​ບັນ​ລຸ​ໄດ້​ບັນ​ດາ​ການ​ປະ​ຕິ​ຮູບນັ້ນ ເຊິ່ງບໍ່​ຕ້ອງ​ປັບ​ປຸງ​ບັນ​ດາ​ສັນ​ຍາ​ພື້ນ​ຖານ​ຂອງ​ກຸ່ມ​ສຳ​ພັນ​ທະ​ມິດ​ລວມ​ມີ 28 ປະ​ເທດ​ສະ​ມາ​ຊິກນີ້. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ຢັ້ງ​ຢືນ​ວ່າ: ທ່ານ​ໄດ້​ວາງ​ອອກ​ບັນ​ດາ​ແຜນ​ການ​ລະ​ອຽດກ່ຽວ​ກັບ​ບັນ​ຫາ​ເຂົ້າ​ເມືອງ​ ແລະ ສະ​ຫວັດ​ດີ​ການ. ຕາມ​ທ່ານ Cameron ແລ້ວ, ບັນ​ດາ​ແຜນ​ການນີ້ບໍ່​ທຳ​ລາຍຫຼັກ​ການ​ອະ​ນຸ​ຍາດ​ໃຫ້​ຍົກ​ຍ້າຍ​ຢ່າງ​ເສ​ລີ​ຂອງ ອີ​ຢູ ຍ້ອນ​ວ່າ​ພົນ​ລ​ະ​ເມືອງ ອັງ​ກິດ ຫຼາຍ​ຄົນ​ກໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ເລື່ອງ​ຍົກ​ຍ້າຍ​ຢ່າງ​ເສ​ລີ​ໃນ ອີ​ຢູ ເພື່ອ​ຢູ່​ອາ​ໄສ ແລະ ເຮັດ​ວຽກ.


ຂ່າວ/ບົດ​ອື່ນ