ການນຳອິດສະຣາແອນແລະປາແລດສະຕີນແລກປ່ຽນກ່ຽວກັບເຫດການນັກສຶກສາ3ຄົນຖືກລອກຈັບຕົວ

ການນຳອິດສະຣາແອນແລະປາແລດສະຕີນແລກປ່ຽນກ່ຽວກັບເຫດການນັກສຶກສາ3ຄົນຖືກລອກຈັບຕົວ - ảnh 1
ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu (ຂວາ) ​ແລະ ທ່ານ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas
(ພາບ: AP)

(vovworld) – ວັນ​ທີ 16/6, ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas, ສະ​ເໜີອຳນາດ​ການ​ປົກຄອງ ປາ​ແລດ​ສະຕີ​ນ​ (PA) ຊ່ວຍ​ຊອກ​ຫາ​ນັກ​ສຶກສາ 3 ຄົນ​ຂອງ​ປະ​ເທດ​ນີ້​ຖືກ​ລອກ​ຈັບ​ຕົວ​ຢູ່ ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ເມື່ອ​ວັນ​ທີ 12/6. ການ​ໂອ້​ລົມ​ທາງ​ໂທລະສັບ​ນີ້​ກໍ່​ໄດ້ ດຳ​ເນີນ​ໄປພາຍຫຼັງ​ພຽງ 2 ວັນ​ທີ່​ເມື່ອ​ທ່ານ Netanyahu ​ໄດ້​ກ່າວ​ຫາ​ຄວາມ​ຮັບຜິດຊອບ​ສຳລັບ​ທ່ານ Abbas ກ່ຽວ​ກັບ​ເຫດການ​ລອກ​ຈັບ​ຕົວ​ນັກ​ສຶກສາ ອີດ​ສະ​ຣາ​ແອນ. ທ່ານ Netanyahu ​ປາດ​ຖະໜາ​ຢາກ​​ໃຫ້ການ​ນຳ ປາ​ແລດ​ສະຕີ​ນ ຊ່ວຍ​​ນຳຕົວ​ນັກ​ສຶກສາ 3 ຄົນ​ກັບ​​ເມືອ​ຢ່າງ​ປອດ​ໄພ ​ແລະ ຈັບ​ຕົວ​ພວກ​ລອກ​ຈັບ​ຕົວ. ທ່ານ​ຖື​ວ່າ: ບັນດາ​ຜູ້​ລອກ​ຈັບ​ຕົວ​ຂຶ້ນ​ກັບ​ຂະ​ບວນການ​ Hamas ​ເຄື່ອນ​ໄຫວ​ຢູ່​ບໍລິ​ເວນ​​ເຊິ່ງ ປາ​ແລດ​ສະຕີ​ນ ຄວບ​ຄຸມ. ຕາມ​ທ່ານ Netanyahu ​​ແລ້ວ, ​ເລື່ອງ PA ສ້າງ​ຕັ້ງການ​ພົວພັນ​ຮ່ວມ​ມື​ກັບ Hamas ບໍ່​ມີ​ຜົນ​ປະ​ໂຫຍ​ດສຳລັບ ອິດສະ​ຮາ​ແອນ ​ແລະ ປາ​ແລດ​ສະ​ຕີນ ​ແລະ ພາກ​ພື້ນ. ສ່ວນ​ທ່ານປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas ​ໄດ້​ຖະ​ແຫຼ​ງກ່າວ​ປະນາມ​ການ​ລອກ​ຈັບ​ຕົວ​ນັກ​ສຶກສາ ​ອິດສະຣາ​ແອນ ຢ່າງ​ເປັນ​ທາງ​ການ, ກໍ່​ຄື​ບັ້ນ​ເຄື່ອນ​ໄຫວ​ຈັບ​ຕົວ​ຫຼາຍ​ຄົນ​ຂອງ ອິດສະຣາ​ແອນ ຢູ່​​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ເພື່ອ​​ແນ​ໃສ່​ຊອກ​ຫາ​ຕົວ​ການ.



ຂ່າວ/ບົດ​ອື່ນ