ການນຳອາເມລິກາ, ອັງກິດ ປຶກສາຫາລື ບັນດາບັນຫາສາກົນ

ການນຳອາເມລິກາ, ອັງກິດ ປຶກສາຫາລື ບັນດາບັນຫາສາກົນ - ảnh 1
ການນຳອັງກິດ - ອາເມລິກາ ທີ່ການປະຊຸມຂ່າວ
(ພາບ: AP)

(vovworld) - ວັນ​ທີ 15/3, ຕາມ​ເວລາ​ທ້ອງ​ຖິ່​ນ, ທ່ານ​ປະທານາທິບໍດີ ​ອາ​ເມ​ລິ​ກາ Barak Obama ​​ໃຫ້ການ​ຕ້ອນຮັບທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ທີ່​ທຳນຽບຂາວ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ, ການ​ນຳ ອາ​ເມ​ລິ​ກາ - ອັງ​ກິດ ທັງ 2 ທ່ານພ້ອມ​ກັນ​ແບ່ງປັນ​ທັດສະນະ​ລວມກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ, ​ໂຄງການ​ນິວ​ເຄຼຍຂອງ ອີຣານ ​ແລະ ບັນຫາ​ຟື້ນ​ຟູ​ເສດຖະກິດ​ທົ່ວ​ໂລກ. ສະ​ເພາະ​ບັນຫາ ອາບ​ກາ​ນິດ​ສະຖານ, ທ່ານ Obama ຖື​ວ່າ: ​ເລື່ອງ​ນັກຮົບ ອາ​ເມ​ລິ​ກາ ​ເຂັ່ນຂ້າ​ສາມັນ​ຊົນ​ໃນ​ທ້າ​ຍອາທິດ​ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ຄວາມ​ເຄັ່ງຕຶງ​ເພີ່ມ​ຂຶ້ນ, ພ້ອມ​ທັງ​ຢືນຢັນ​ວ່າ: ອາ​ເມ​ລິ​ກາ ຈະ​ມອບ​​ໂອນຄວາມ​ຮັບຜິດໜ້າ​ທີ່​ຮັບປະກັນ​ຄວາມ​ສະຫງົບທັງ​ໝົດ​ໃຫ້​ແກ່​ກຳລັງ ອາບ​ກາ​ນິດ​ສະຖານ ​ໃນ​ປີ 2014. ທ່ານ Barak Obama ​ເວົ້າ​ວ່າ:

“ພວກ​ຂ້າພະ​ເຈົ້າ​ຈະ​ສິ້ນ​ສຸດ​ໜ້າ​ທີ່ຢູ່ ອາບ​ກາ​ນິດ​ສະຖານ ​ແລະ ພວກ​ຂ້າພະ​ເຈົ້າ​ຈະ​ປະຕິບັດ​ຢ່າງ​ມີ​ຄວາມ​ຮັບຜິດຊອບ. ກຳລັງ​ທະຫານ​ປະສົມ NATO ຈະ​ຮັກສາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ຍາວ​ນານ​ຢູ່​ທີ່​ນີ້ ​​ເຮັດ​ໃຫ້​ອາບ​ກາ​ນິດ​ສະຖານ​ຈະ​ບໍ່​ກາຍເປັນ​ບ່ອນ​ຢູ່​ອາ​ໄສ​ທີ່ປອດ​ໄພ​ຂອງ​ກຳລັງ ອານ​ເກ​ດາ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ອາບ​ກາ​ນິດ​ສະຖານ ​ສາມາດຮັບປະກັນ​ຄວາມ​ສະຫງົບ​ດ້ວຍ​ຕົນ​ໄດ້”

        ກ່ຽວ​ກັບ​ສະພາບ​ການ​ຊີຣີ, ທ່ານ​ປະທານາທິບໍດີ Barak Obama ​ແລະ ທ່ານ​ນາຍົກລັດຖະມົນຕີ ອັງ​ກິດ David Cameron ລ້ວນ​ແຕ່​ເວົ້າ​ວ່າ: ​ອາ​ເມ​ລິ​ການ - ອັງກິດ ພວມ​ຊອກ​ວິທີ ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ ຊີຣີ, ​ເຖິງ​ຢ່າງ​ໃດ​ກໍ​ຕາມການສະໜອງ​ອາວຸດ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ອາດ​ຈະ​ພາ​ໃຫ້​ເກີດ​ເສີກ​ກາງ​ເມືອງ ​ແລະ ຈະ​ເຮັດ​​ໃຫ້​ສາມັນ​ຊົນ​ຫຼາຍ​ຄົນ​ຖືກ​​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ