ການ​ນຳ​ອາ​ເມ​ລິ​ກາ, ອັງ​ກິດ ເຫັນ​ດີ​ເປັນ​ເອ​ກະ​ພາບຕໍ່​ຄວາມ​ສຳ​ຄັນ​ຂອງ​ການ​ສົບ​ທົບ​ກັນ​ຮັບ​ມື​ກັບ​ໂລກ​ລະ​ບາ​ດ Covid – 19

(VOVWORLD) -ວັນທີ 21 ເມສາ ທ່ານ Boris Johnson ນາຍົກລັດຖະມົນຕີອັງກິດ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Donald Trump ປະທານາທິບໍດີອາເມລິກາ, ເພື່ອປຶກສາຫາລືບັນດາມາດຕະການສົມທົບກັນໃນຂອບຂະໜາດທົ່ວໂລກ ເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19 ລວມທັງການຮັບຮອງເອົາກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7).
ການ​ນຳ​ອາ​ເມ​ລິ​ກາ, ອັງ​ກິດ ເຫັນ​ດີ​ເປັນ​ເອ​ກະ​ພາບຕໍ່​ຄວາມ​ສຳ​ຄັນ​ຂອງ​ການ​ສົບ​ທົບ​ກັນ​ຮັບ​ມື​ກັບ​ໂລກ​ລະ​ບາ​ດ Covid – 19 - ảnh 1

ປະຊາຊົນໃສ່ຜ້າອັດປາກ - ດັງເພື່ອປ້ອງກັນການຕິດແປດເຊື້ອພະຍາດ Covid - 19 ຢູ່ ອາເມລິກາ (ພາບ: THX/TTXVN)

ໃນນັ້ນ, ການນຳ 2 ທ່ານກໍ່ໄດ້ເນັ້ນໜັກເຖິງເລື່ອງເປີດປະຕູພື້ນຖານເສດຖະກິດຄືນໃໝ່ກັບບັນດາປະເທດທີ່ຖືກປິດໄປເປັນເວລາຫຼາຍອາທິດຜ່ານມາ ແລະ ຮັບປະກັນການສະໜອງອຸປະກອນການແພດລະຫວ່າງບັນດາປະເທດ.

        ທ່ານ Boris Johnson ແລະ ທ່ານ Donald Trump ກໍ່ເຫັນດີເປັນເອກະພາບເພີ່ມທະວີການພົວພັນສອງຝ່າຍ, ດ້ວຍຈຸດສຸມແມ່ນການລົງນາມຂໍ້ຕົກລົງການຄ້າເສລີລະຫວ່າງ ອັງກິດ ແລະ ອາເມລິກາ ໃນໄລຍະພາຍຫຼັງ Brexit

ຕອບກັບ

ຂ່າວ/ບົດ​ອື່ນ