ການນຳອາເມລິກາ,ກູບາປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ

ການນຳອາເມລິກາ,ກູບາປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ - ảnh 1
ທ່ານ​ປະທານາທິບໍດີ Barack Obama ​ແລະ ທ່ານ​ປະທານ
ກູ​ບາ Raul Castro (ພາບ: AFP)


(vovworld) – ​ ​ ​ໂດຍ​ສືບ​ຕໍ່​ບັນດາ​ການ​ຜັນ​ແປຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ ອາ​ເມ​ລິ​ກາ - ກູ​ບາ, ວັນ​ທີ 18/9, ທ່ານ​ປະທານາທິບໍດີ Barack Obama ​ແລະ ທ່ານ​ປະທານ ກູ​ບາ Raul Castro ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກ່ຽວ​ກັບ​ບັນດາ​ມາດ​ຕະການ ​ຊຸກຍູ້​ການ​ພົວພັນ 2 ຝ່າຍ. ການ​ໂອ້​ລົມ​ທາງ​ໂທລະສັບ​ດຳ​ເນີນ​ພາຍຫລັງທີ່ ວໍ​ຊິງ​ຕັນ ປະກາດ​ໃຊ້​ບັນດາ​ການ​ດັບ​ປັບ​ໃໝ່​ ຜ່ອນ​ຄາຍຄວາມຈຳກັດ​​ໃນການ​ໄປມາ ​ແລະ ການ​ຄ້າ​ສຳລັບ​ຝ່າຍ ກູ​ບາ. ຫ້ອງວ່າ​ການ​ປະທານປະ​ເທດ ກູ​ບາ ​ໃຫ້​ຮູ້​ວ່າ: ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ, ທ່ານ​ປະທານ Castro​ ​ໄດ້​ເນັ້ນ​ໜັກ​ເຖິງຄວາມ​ຈຳ​ເປັນ​ຂອງ​ການ​ເປີດ​ກ້ວາງ​ຂອບ​ເຂດ​ບັນດາ​ມາດ​ຕະການ​ຜ່ອນ​ຄາຍ​ຄຳ​ສັ່ງຂວໍ້​າບາດ, ພ້ອມ​ທັງ ​ເຕື້ອງຄືນ​ຄວາມ​ຮຽກຮ້ອງຢຸດຕິ​ຄຳ​ສັ່ງ​ຂວໍ້າ​ບາດ​​ເຊິ່ງ ອາ​ເມ​ລິ​ກາ​ໄດ້​ຈັດ​ວາງ​ສຳລັບ ກູ​ບາ ​ແຕ່​ປີ 1962. ທຳນຽບຂາວ ກໍ​ແຈ້ງ​ໃຫ້​ຮູ້​ວ່າ: ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ, ການ​ນຳ 2 ທ່ານ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ ອາ​ເມ​ລິ​ກາ ​ແລະ ກູ​ບາ ສ້າງ​ຕັ້ງ​ການ​ພົວພັນທາງ​ການ​ທູດ ​ແລະ ​ເປີດ​ສະຖານທູດຄືນ​​ໃໝ່. ພ້ອມ​ກັນ​ນັ້ນ, 2 ຝ່າຍ​ກໍ​ຍົກ​ສູງ​ບົດບາດ​ຂອງ​ສັນ​ຕະປາ​ປາ Francis ​ໃນ​ການ​ປັບປຸງ​ການ​ພົວພັນ ອາ​ເມ​ລິ​ກາ - ກູ​ບາ ກ່ອນ​ການ​ຢ້ຽມຢາມ​ຂອງສັນ​ຕະປາ​ປາ ເຖິງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ