ການນຳອາເມລິກາ-ຍີ່ປຸ່ນ-ສ.ເກົາຫຼີປຶກສາຫາລືກ່ຽວກັບບັນຫາສປປ.ເກົາຫຼີ

ການນຳອາເມລິກາ-ຍີ່ປຸ່ນ-ສ.ເກົາຫຼີປຶກສາຫາລືກ່ຽວກັບບັນຫາສປປ.ເກົາຫຼີ - ảnh 1
ການນຳ ສ. ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ
(ພາບ: Kyodo)

(vovworld) –  ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ສະຫງົບ​ປອດ​ໄພດ້ານ​ນິວ​ເຄຼຍ ຄາດ​ວ່າ​ຈະຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 31/3 – 1/4, ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ທ່ານ Barack Obama, ​ປະທານາທິບໍດີ ອາ​ເມ​ລິ​ກາ ຈະ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ ສ. ​ເກົາຫຼີ Park Geun – Hye ​ແລະ ທ່ານ​ Shinzo Abe, ນາຍົກລັດຖະມົນຕີ ຍີ່ປຸ່ນ, ​ໃນ​ນັ້ນ​ບັນຫາ​ກ່ຽວ​ກັບ ສປປ. ​ເກົາຫຼີ ​ໄດ້​ເອົາ​ໃຈ​ໃສ່​ໃນ​ໂຄງການ​ດຳ​ເນີນ​ງານ. ບົດ​ລາຍ​ງານ​ໃນ​ວັນ​ທີ 28/3 ຂອງ ທຳນຽບຂາວ ​ໄດ້​ເນັ້ນ​ໜັກ​ວ່າ: “ກອງ​ປະຊຸມ​ນີ້​ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ 3 ປະ​ເທດ​ແລກ​ປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລວມ​ເພື່ອ​ຮັບ​ມື​ກັບ​ບັນດາ​ໄພ​ນາບ​ຂູ່​ຈາກ ສປປ. ​ເກົາຫຼີ, ກໍ່​ຄື​​ເພື່ອ​​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ 3 ຝ່າຍ​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​​ໂລກ.” ຄາດ​ວ່າ, ກອງ​ປະຊຸມ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 31/3, ​ເຊ່ິງ​ແມ່ນວັນ​ດຽວ​ກັນ​ກັບ​ການ​ພົບ​ປະ​ໂດຍ​ກົງລະຫວ່າງ​ທ່ານ ປະທານາທິບໍດີ ອາ​ເມ​ລິ​ກາ Obama ​ແລະ ທ່ານ ປະທານ​ປະ​ເທດ ຈີນ ສີ​ຈີ້​ນຜິ​ງ.

        ​ໃນ​ຂະນະ​ນັ້ນ, ຕາມ​ສຳນັກ​ຂ່າວສານ ຍີ່ປຸ່ນ Kyodo, ​ໃນ​ບົດ​ສຳພາດ​ທີ່​ໄດ້​ລົງ​ພິມໃນ​ວັນ​ທີ 28/3, ທ່ານ Ri Su Yong, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສປປ. ​ເກົາຫຼີ ​ເວົ້າ​ວ່າ: ພຽງ​ຢາງ​ ກຽມ​ພ້ອມ​ປະຕິບັດ “ການ​ບຸກ​ໂຈມ​ຕີນິວ​ເຄຼຍ” ​ເພື່ອ​ສະກັດ​ກັ້ນ​ໄພ​ນາບ​ຂູ່​ຈາກ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ