ການນຳອາເມລິກາ,ອັງກິດ,ຝລັ່ງ,ເຢຍລະມັນແລະອີຕາລີປຶກສາຫາລືກ່ຽວກັບສະພາບການຢູແກຼນ

ການນຳອາເມລິກາ,ອັງກິດ,ຝລັ່ງ,ເຢຍລະມັນແລະອີຕາລີປຶກສາຫາລືກ່ຽວກັບສະພາບການຢູແກຼນ - ảnh 1
ການ​ນຳ 4 ປະ​ເທດ ອາ​ເມ​ລິ​ກາ, ອັງ​ກິດ, ຝ​ລັ່ງ ແລະ ເຢຍ​ລະ​ມັນ
ພາບ:baomoi.com

(vovworld)-​ວັນ​ທີ 3/3, ບັນ​ດາ​ການ​ນຳ​ອາ​ເມ​ລິ​ກາ, ອັງ​ກິດ, ຝ​ລັ່ງ, ເຢ​ຍ​ລະ​ມັນ ແລະ ອີ​ຕາ​ລີ ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ​ຢູ​ແກຼນ ແລະ ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ໂລກ. ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ຜ່ານ​ລາຍ​ການ​ຖ່າຍ​ທອດ​ສົດທາງ​ໂທ​ລະ​ພາບ, ບັນ​ດາ​ການ​ນຳ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ​ໂດຍ​ຖື​ວ່າ: ຕ້ອງ​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ແຮງ ຖ້າ​ຫາກ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຊື່ງ​ບັນ​ລຸ​ໄດ້​ເມື່ອ​ເດືອນ​ຜ່ານ​ມາ​ຢູ່ Minsk ກ່ຽວ​ກັບ​ວິ​ກິດ​ການ ຢູ​ແກຼນ ຖືກ​ລະ​ເມີດ. ຫນຶ່ງ​ໃນ​ບັນ​ດາ​ປະ​ຕິ​ກິ​ລິ​ຍາ​ຊື່ງ ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ເຫັນ​ດີ ນັ້ນ​ແມ່ນ​ພ້ອມ​ແລ້ວ ​ທີ່​ຈະຈັດ​ວາງບ​ັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຕື່ມ​ອີກ​ຕໍ່ ລັດ​ເຊຍ. ກ້າວ​ຄຳ​ເຫັນ​ທີ່​ການ​ປຶກ​ສາ​ຫາ​ລື, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B Obama ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຍັງ​ຄົງ​ຄິດ​ໄລ່​ຊັ່ງ​ຊາ​ຄວາມ​ສາ​ມາດ​ສະ​ຫນອງ​ອາ​ວຸດ ແລະ ອຸ​ປະ​ກອນ​ສູ້​ຮົບ​ໃຫ້​ແກ່ ຢູ​ແກຼນ. ບັນ​ດາ​ການ​ນຳ ອາ​ເມ​ລິ​ກາ ແລະ ເອີ​ລົບ ຢາກ​ເພີ່ມ​ທະ​ວີ​ການ​ຜັນ​ຂະ​ຫຍາຍ ແລະ ເປີດກວ້າງ​ບົດ​ບາດ​ຂອງ​ກຳ​ລັງ​ຕິດ​ຕາມກວ​ດ​ກາ ຂຶ້ນ​ກັບ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ກາ​ນ​ຮ່ວມ​ມື​ເອີ​ລົບ (OSCE) ເພື່ອ​ຕິດ​ຕາມກວດ​ກາ​ເລື່ອງ​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ.

ຂ່າວ/ບົດ​ອື່ນ