ການນຳອຳນາດການປົກຄອງທຸກຂັ້ນຢ້ຽມຢາມອວຍພອນພໍ່ແມ່ຊາວຄິຼດເນື່ອງໃນໂອກາດວັນບຸນຄິຼດສະມາດ2015

ການນຳອຳນາດການປົກຄອງທຸກຂັ້ນຢ້ຽມຢາມອວຍພອນພໍ່ແມ່ຊາວຄິຼດເນື່ອງໃນໂອກາດວັນບຸນຄິຼດສະມາດ2015 - ảnh 1
ທ່ານ ຫງວຽນທ້ຽນ​ເຍີນ  ​​ຢ້ຽມຢາມ ​ແລະ ອວຍພອນ
ຄະນະ​ກຳມະການ​ສາມັກຄີ​​ຄິຼດທະ​ສາສະໜາ​ ແຂວງ ດັກ​ລັກ
(ພາບ:daidoanket.vn)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 23/12, ທ່ານ ຫງວຽນທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນພໍ່​ແມ່​ຊາວ​ຄິຼດ ​ແລະ ຜູ້​ມີ​ຍົດ​ຖາ​ບັນດາສັກ​ຊາວ​ຄິຼດຢູ່​ຄະນະ​ກຳມະການ​ສາມັກຄີ​​ຄິຼດທະ​ສາສະໜາ​ແຂວງ ດັກ​ລັກ. ນະ​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ອວຍພອນ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ນັກບວດ ​ແລະ ພໍ່​ແມ່ຊາວ​ຄິຼດ​ແຂວງ ດັກ​ລັກ ຕ້ອນຮັບວັນ​ບຸນ​ຄິຼດສະມາດຢ່າງ​ມີ​ຄວາມ​ສະຫງົບ ​ແລະ ຜາ​ສຸກ. ທ່ານ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ຊາວ​ຄິຼດ​ແຂວງ ດັກ​ລັກ​ ​ໃນ​ການ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ​ໃນ​ຂະ​ບວນການກຸສົນ​ສັງຄົມ; ​ໃນ​ໄລຍະ​ຈະ​ມາ​ເຖິງ ຄະນະ​ກຳ​ມະ​ການ​ສາມັກຄີ​ຊາວ​ຄິຼດທະ​ສາສະໜາ​ແຂວງ ສືບ​ຕໍ່​ພ້ອມ​ກັບ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ແນະນຳ, ປຸກລະດົມ​ກຳລັງໃຈ​ຊາວ​ຄິຼດ​ປະຕິບັດ​ບັນດາ​ຂະ​ບວນການ​ສ້າງ​ຊີວິດ​ການ​ເປັນ​ຢູ່​ດ້ານວັດທະນະທ​ຳ​ເຂດ​ຊຸມ​ຊົນ​ເປັນ​ຢ່າງ​ດີ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່, ດຳລົງຊີວິດ​ຢູ່​ໃນ​ສິນ​ກິນ​ໃນ​ທຳ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ຫລາຍ​ກ່ວາ​ອີກ.

        ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ຄິຼດສະມາດ 2015, ການ​ນຳ​ແຂວງ ນາມ​ດິ້ງ, ບິ່ງ​ເຢືອງ, ​ເບ໋ນ​ແຈ ກໍ່​ໄດ້ລົງ​ຢ້ຽມຢາມ, ອວຍພອນບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ​​ຄິຼດທະ​ສາສະໜາ, ​ໂປ​ແຕສະ​ຕັງ​ໃນ​ບໍລິ​ເວນ​ແຂວງ. ການ​ນຳ​ບັນດາ​ທ້ອງ​ຖິ່ນ​ເຫຼົ່າ​ນັ້ນ ລ້ວນ​ແຕ່​ປາດ​ຖະໜາ​ວ່າ​ນັກບວດ, ຊາວ​ຄິຼດຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ, ດຳລົງ​ຊີວິດ​ຢູ່​ໃນ​ສິນ​ກິນ​ໃນ​ທຳ, ມີ​ຄວາມສາມັກຄີກັນ ​ແລະ ອຸທິດ​ສ່ວນ​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ​ຫລາຍ​ກ່ວາ​ອີກ.     

ຂ່າວ/ບົດ​ອື່ນ