ການນຳເຂົ້າສົ່ງອອກ, ການເຂົ້າອອກເມືອງ ໄດ້ດຳເນີນຢ່າງຟົດຟື້ນຍາມຕົ້ນປີໃໝ່ຢູ່ດ່ານຊາຍແດນ ລາວກາຍ

(VOVWORLD) - ໃນຊຸມວັນຕົ້ນປີ ມະໂລງ 2024 (10/2)ບັນດາການເຄື່ອນໄຫວ ສົ່ງອອກນຳເຂົ້າສິນຄ້າ, ການເຂົ້າອອກເມືອງ ຢູ່ດ່ານຊາຍແດນ ລາວກາຍໄດ້ດຳເນີນຢ່າງຟົດຟື້ນ ແລະ ມີຄວາມສະດວກຫຼາຍ.



ການນຳເຂົ້າສົ່ງອອກ, ການເຂົ້າອອກເມືອງ ໄດ້ດຳເນີນຢ່າງຟົດຟື້ນຍາມຕົ້ນປີໃໝ່ຢູ່ດ່ານຊາຍແດນ ລາວກາຍ - ảnh 1ການສົ່ງອອກ - ນຳເຂົ້າຢູ່ດ່ານຊາຍແດນ ກິມແທັງ (ພາບ: TTXVN)

ຍາມຕອນເຊົ້າວັນທີ 1 ບຸນເຕັດ, ບັນດາງວດສິນຄ້າສົ່ງອອກ - ນຳເຂົ້າ ທຳອິດໄດ້ຜ່ານແດນ ຢູ່ດ່ານຊາຍແດນສາກົນ ທາງບົກເລກທີ II ກິມແທັງ. ກຳລັງທີ່ມີໜ້າທີ່ຮັບຜິດຊອບດ່ານຊາຍແດນ ໄດ້ມອບດອກໄມ້ ໃຫ້ແກ່ຜູ້ຂັບລົດທຳອິດ ຂອງສອງປະເທດ ດ້ວຍຄວາມຫວັງໃນປີໃໝ່ ມີຄວາມສະດວກໃນການຄ້າຂາຍ.

ສ່ວນຢູ່ດ່ານຊາຍແດນທາງບົກ ສາກົນ ລາວກາຍ, ນັບແຕ່ເວລາເປີດດ່ານຊາຍແດນ, ທັງການເຂົ້າ - ອອກເມືອງ ລ້ວນແຕ່ມີພົນລະເມືອງ ຫວຽດນາມ ແລະ ຈີນຄົນທຳອິດມາປະຕິບັດລະບຽບການ. ຕາມທຳນຽມແລ້ວ,ຜູ້ຕາງໜ້າປ້ອມປ້ອງກັນຊາຍແດນດ່ານຊາຍແດນໄດ້ມອບຂອງຂັວນແລະອັງເບົາໂສກດີຍາມຕົ້ນປີໃໝ່ໃຫ້ແກ່ພົນລະເມືອງສອງຄົນທຳອິດ ທີ່ມາຮອດບ່ອນປະຕິບັດລະບຽບການເຂົ້າອອກເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ