ການນຳເຢຍລະມັນ,ອັງກິດ,ຝຣັ່ງແລະອາເມລິກາຈັດກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດກ່ຽວກັບຊີຣີ

ການນຳເຢຍລະມັນ,ອັງກິດ,ຝຣັ່ງແລະອາເມລິກາຈັດກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດກ່ຽວກັບຊີຣີ - ảnh 1
ການຝຶກອົບຮົມໃຫ້ກຳລັງເຄິ່ງການທະຫານຢູ່ຊີຣີ
(ພາບ: AFP/ TTXVN)

(vovworld) –  ຕອນ​ຄຳ່​ວັນ​ທີ 23/2, ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​​ເຕີ​ເນັດ​ກັບ​ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron, ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ​ແລະ ທ່ານ​ປາ​ນາ​ທິບໍດີ ອາ​ເມ​ລິ​ກາ Barack Obama ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່ ຊີຣີ. ​ແຫຼ່ງຂ່າວ​ຈາກລັດຖະບານ ​ເຢຍລະ​ມັນ ​ໃຫ້​ຮູ້​ວ່າ: ຢູ່​ກອງ​ປະຊຸມ, ການ​ນຳ 4 ປະ​ເທດ​ໄດ້​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຂໍ້​ຕົກລົງ​ທີ່​ບັນ​ລຸ​ໄດ້​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ​ລັດ​ເຊຍກ່ຽວ​ກັບ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊີຣີ, ພ້ອມ​ທັງ​ກະຕຸກ​ຊຸກຍູ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ນີ້​ຢ່າງຮອບດ້ານ​ໂດຍ​ໄວ. ການ​ນຳ ​ເຢຍລະ​ມັນ, ອັງກິດ, ຝຣັ່ງ ​ແລະ ອາ​ເມ​ລິ​ກາ ກໍ່​ເຫັນດີ​​ເປັນ​ເອກະສັນ​ຕໍ່ຄວາມ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ບັນດາ​ບາດກ້າວ​ເດີນ​ເພື່ອ​ແນ​ໃສ່​ຮັບປະກັນ​ສະພາບ​ການ ​ແລະ ​ແກ້​ໄຂ​ສະພາບ​ມະນຸດສະທຳ​ຕໍ່ປະຊາຊົນ​ຢ່າງ​ຮີບ​ດ່ວນ, ພິ​ເສດ​ແມ່ນ​ຢູ່​ນະຄອນ Aleppo ຂອງ ຊີຣີ. ບັນດາ​ການ​ນຳ​ກໍ​ຖື​ວ່າ: ​ເລື່ອງ​ກອງທັບ ລັດ​ເຊຍ ​ແລະ ຊີຣີ ຢຸດຕິ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດຢູ່​ຊີຣີ ຈ​ະ​ແມ່ນ​ປັດ​ໄຈ​ພື້ນຖານເພື່ອ​ຫລຸ​​ດຜ່ອນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ.


ຂ່າວ/ບົດ​ອື່ນ