ການນຳແນວໂຮມປະເທດ ຊາດຫວຽດນາມຕ້ອນຮັບ ຄະນະສະພາບັນດາ ການນຳການເມືອງໜຸ່ມອາເມລິກາ


ການນຳແນວໂຮມປະເທດ ຊາດຫວຽດນາມຕ້ອນຮັບ ຄະນະສະພາບັນດາ ການນຳການເມືອງໜຸ່ມອາເມລິກາ - ảnh 1

(ພາບ: vov)

(vovworld)- ​ ​​ຕອນ​ເຊົ້າວັນ​ທີ 14/11, ຢູ່​ຮ່າ​ໂນ້ຍ, ທ່ານ​ຫງວຽນ​ວັນ​ຟາ, ຮອງ​ປະທານສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນສະພາ​ບັນດາ​ການ​ນຳ​ການ​ເມືອງ​ໜຸ່ມ​ອາ​ເມ​ລິ​ກາ ​ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ​ໄປ​ຢ້ຽມຢາມ, ຊອກ​ຮູ້​ກ່ຽວ​ກັບ​ຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

   ນະ​ທີ່​ນີ້, ທ່ານຫງວຽນ​ວັນ​ຟາ ສະ​ເໜີ​ໃຫ້ສະພາ​ບັນດາ​ການ​ນຳ​ການ​ເມືອງ​ໜຸ່ມ​ອາ​ເມ​ລິ​ກາ ຈົ່ງ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ສະຫະພັນ​ບັນດ​າອົງການ​ຈັດຕັ້ງມິດຕະພາບ​ຫວຽດ ນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ-​ອາ​ເມ​ລິ​ກາ ​ແລະ ບັນດາ​ອົງການ​ສະມາຊິກ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ຄຽງ​ຄູ່​ກັນນັ້ນຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ການ​ຮ່ວມ​ມື​ລະຫວ່າງສະພາ​ບັນດາ​ການ​ນຳ​ການ​ເມືອງ​ໜຸ່ມ​ອາ​ເມ​ລິ​ກາ ກັບ​ບັນດາ​ອົງການ​ຈັດຕັ້ງສະມາຊິກຂອງ​ແນວ​ໂຮມ, ຜ່ານ​ນັ້ນ, ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົາ​ໃຈ​ຊື່​ງກັນ ​ແລະ ກັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ປຊຊ ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ລຸ້ນໜຸ່ມ.

  ຕາງໜ້າ​ໃຫ້ສະພາ​ບັນດາ​ການ​ນຳ​ການ​ເມືອງ​ໜຸ່ມ​ອາ​ເມ​ລິ​ກາ, ທ່ານ Pater Newwell ສະມາຊິ​ກພັກ​ປະຊາທິປະ​ໄຕ, ຮອງ​ປະທານ​ບໍລິສັດ​ລົງທຶນ​ພະຈົນ​ໄພ ​Chicago ສາຂາ Sanbox ຫວັງ​ວ່າ, ສະພາ​ບັນດາ​ການ​ນຳ​ການ​ເມືອງ​ໜຸ່ມ​ອາ​ເມ​ລິ​ກາ ຈະ​ແມ່ນ​ຂົວ​ຕໍ່​ແນະນຳ​ບັນດາ​ອົງການ​ຈັດຕັ້ງຂອງ​ອາ​ເມ​ລິ​ກາ ກັບ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ເປັນ​ຂົວ​ຕໍ່​ຊຸກ​ນູ້ການ​ພົວພັນ​ແລກປ່ຽນ​ມິດຕະພາບ​ປະຊາຊົນ​ສອງ​ປະ​ເທດ./.

ຂ່າວ/ບົດ​ອື່ນ