ການນຳໂລກສະແດງຄວາມເສົ້າສະຫຼົດໃຈກັບປະຊາຊົນແລະລັດຖະບານລັດເຊຍຕໍ່ເຫດເຮືອບິນຕົກ

(VOVWORLD) -ວັນທີ 12 ກຸມພາ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານປະທານາທິບໍດີລັດເຊຍ Vladimir Putin ພາຍຫຼັງເກີດເຫດເຮືອບິນ An- 148 ຕົກຢູ່ເຂດຊານນະຄອນຫຼວງມົດສະກູຂອງລັດເຊຍ.

ການນຳໂລກສະແດງຄວາມເສົ້າສະຫຼົດໃຈກັບປະຊາຊົນແລະລັດຖະບານລັດເຊຍຕໍ່ເຫດເຮືອບິນຕົກ - ảnh 1 ການນຳໂລກສະແດງຄວາມເສົ້າສະຫຼົດໃຈກັບປະຊາຊົນແລະລັດຖະບານລັດເຊຍຕໍ່ເຫດເຮືອບິນຕົກ

(ພາບ: 360TV)

ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຝາກຄຳສະແດງຄວາມເສົ້າສະຫຼົດໃຈໄປຍັງບັນດາຄອບຄົວທີ່ມີຜູ້ເສຍຊີວິດໃນເຫດເຮືອບິນຕົກຄັ້ງນີ້. ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຈີນ ລິ໋ເຄີສຽງ ກໍໄດ້ສົ່ງໂທລະເລກແບ່ງເບົ່າຄວາມເສົ້າສະຫຼົດໃຈເຖິງຄູ່ຕຳແໜ່ງລັດເຊຍ Dmitry Medvedev.

        ກ່ອນໜ້ານັ້ນ, ວັນທີ 11 ກຸມພາ, ໂຄສົກຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ໄດ້ຝາກຄຳແບ່ງເບົ່າຄວາມເສົ້າສະຫຼົດໃຈເຖິງບັນດາຄອບຄົວຜູ້ປະສົບເຄາະຮ້າຍ, ປະຊາຊົນ ແລະ ລັດຖະບານລັດເຊຍ ພາຍຫຼັງເກີດເຫດເຮືອບິນຕົກ.

        ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍວາງ ກໍ່ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ, ຢື້ຢາມຖາມຂ່າວເຖິງທ່ານປະທານາທິບໍດີລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ