ການບຸກໂຈມຕີທາງອາກາດດັບສູນຮອງຫົວໜ້າຫົວໂປ່ IS ຢູ່ ໂຊມາລີ

(VOVWORLD) - ທ່ານ Abdisamad Mohamed Galan ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລັດ Puntland ຂອງ ໂຊມາລີ ໃຫ້ຮູ້ວ່າ: 

ການບຸກໂຈມຕີທາງອາກາດໃນວັນທີ 14 ເມສາ ໄດ້ດັບສູນຮອງຫົວໜ້າຫົວໂປ່ລັດອິດສະລາມ (IS) ຢູ່ ໂຊມາລີ. ການບຸກໂຈມຕີທາງອາກາດໄດ້ດຳເນີນໃກ້ກັບໝູ່ບ້ານ Xiriiro ຂຶ້ນກັບເຂດໂນນພູ Qandala ຂອງລັດ Puntland ຢູ່ເຂດຕາເວັນຕົກສ່ຽງເໜືອ ໂຊມາລີ ແນໃສ່ລົດໂອໂຕ, ດັບສູນເປົ້າໝາຍ Abdihakim Dhuqub, ຮອງຫົວໜ້າຫົວໂປ່ກຸ່ມ IS ຢູ່ ໂຊມາລີ ພ້ອມດ້ວຍເປົ້າໝາຍ IS ຄົນໜຶ່ງ. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ ໂຊມາລີ ບໍ່ໃຫ້ຮູ້ລະອຽດວ່າ ແມ່ນກຳລັງໃດດຳເນີນການບຸກໂຈມຕີທາງອາກາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ