ການບຸກໂຈມຕີທາງອາກາດໃສ່ຄ້າຍຫຼົບໄພຢູ່ມໍ່ກັບຕວກກີ,ເຮັດໃຫ້ຢ່າງໜ້ອຍສຸດມີ28ຄົນເສຍຊີວິດ

ການບຸກໂຈມຕີທາງອາກາດໃສ່ຄ້າຍຫຼົບໄພຢູ່ມໍ່ກັບຕວກກີ,ເຮັດໃຫ້ຢ່າງໜ້ອຍສຸດມີ28ຄົນເສຍຊີວິດ - ảnh 1
ການບຸກໂຈມຕີທາງອາກາດໃສ່ຄ້າຍຫຼົບໄພຢູ່ມໍ່ກັບຕວກກີ,
ເຮັດໃຫ້ຢ່າງໜ້ອຍສຸດມີ28ຄົນເສຍຊີວິດ
(ພາບ​ປະ​ກອບ: EPA/TTXVN)

(vovworld) - ວັນ​ທີ 05/05, ອົງ​ການ​ຕິດ​ຕາ​ມກວດ​ກາ​ສິ​ດ​ທິ​ມະ​ນຸດ​ຊີ​ຣີ (SORH) ໃຫ້​ຮູ້​ວ່າ, ການ​ບຸກ​ໂຈ​ມ​ຕີ​ທາງ​ອາ​ກາດ​ຫຼາຍ​ຄັ້ງ ​ເຊິ່ງ​​ເກີດ​ຂຶ້ນ​ຢູ່​ຄ້າຍ​ຫຼົບ​ໄພ​ແຫ່ງ​ໜຶ່ງ ຢູ່​ທາ​ງ​ພາກ​ເໜືອ​ຊີ​ຣີ ມໍ່​ກັບ​ເຂ​ດ​ຊາຍ​ແດນ​ຕວກ​ກີ, ເຮັດ​ໃຫ້ຢ່າງ​ໜ້ອຍ​ສຸດມ​ີ 28 ຄົນ​ເສ​ຍ​ຊີ​ວິດ ແລະ 50 ຄົນ​ຖືກ​ຮັບ​ບາດ​ເຈັບ, ໃນ​ນັ້ນ​ມີ​ທັງ​ແມ່​ຍິງ ແລະ ເດັກ​ນ້ອຍ. ຕາມ SORH ແລ້ວ, ບັນ​ດາ​ການ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ຢູ່ມໍ່​ກັບ​ເທດ​ສະ​ບານ Sarmada ຂຶ້ນ​ກັບ​ແຂວງ Idlib ໂດຍ​ກຸ່ມ​ແນວ​ໂຮມ Al Nusra ມີ​ການ​ພົວ​ພັນ​ກັບ Al Qaeda ແລະ ກຳ​ລັງ​ກະ​ບົດ​ພັນ​ທະ​ມິດ​ຄວບ​ຄຸມ. ອາ​ເມ​ລິ​ກາ ໄດ້​ກ່າວ​ປະ​ນາມ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ດັ່ງ​ກ່າວ​ຢ່າງ​ຮ​ຸນ​ແຮງ. ໂຄ​ສົກ​ທຳ​ນຽບ​ຂາວ Hosh Earnest ເນັ້ນ​ໜັກ​ວ່າ “ບໍ່​ມີ​ເຫດ​ຜົນ​ໃດ​​ທີ່​ສາ​ມາດແກ​້​ຄວາມ​ໃຫ້​ບັນ​ດາ​ການ​​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ແນ​ໃສ່​ສາ​ມັນ​ຊົນ, ເຊິ່ງ​ແມ່ນບັນ​ດາ​ຜູ້​ທີ່​ຕ້ອງອອກ​ຈາກ​ບ້ານ​ເກີດ​ເມືອງນອນ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ໃຊ້​ຄວາມ​ຮຸ້ນ​ແຮງ​ໄດ້”.

ຂ່າວ/ບົດ​ອື່ນ