ການບຸກໂຈມຕີຢູ່ຊີນຈຽງເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບນັບສິບໆຄົນ

ການບຸກໂຈມຕີຢູ່ຊີນຈຽງເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບນັບສິບໆຄົນ - ảnh 1
ຕຳຫລວດຈີນລາດຕະເວັນຢູ່ເຂດປົກຄອງຕົນເອງຊີຈຽງ
ພາບ:AFP


(vovworld)- ​ເຫດ​ບຸກ​ໂຈມ​ຕີ​ຢູ່​ເທດສະບານ ຊາ​ຈີ ​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/7 ຢູ່​ເທດ​ສະບາ​ນ ຊາ​ຈີ ຂຶ້ນ​ກັບ​​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ ກວຍ​ອູ​ເອີ​ແຣນ ຂອງ​ຈີນ. ຕຳຫລວດ ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ: ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເກີດ​ຂຶ້ນ​ເມື່ອ​ມີກຸ່ມ​ຄົນ​ຫນຶ່ງ​ໄດ້​ນຳ​ໃຊ້​ມີດ​ບຸກ​ໂຈມ​ຕີ​ປ້ອມ​ຕຳຫລວດ ​ແລະ ຫ້້ອງການ​ປົກຄອງບ້ານ ອີ​ລີກ​ກູ. ຫລັງ​ຈາກ​ນັ້ນ ຜູ້​ບຸກ​ໂຈມ​ຕີຈຳນວນ​ຫນຶ່ງ​ໄດ້​ໄປ​ຍັງ​ບ້ານ ຮວາງ​ດີ ບຸກ​ໂຈມ​ຕີ​ປະຊາຊົນ ​ແລະ ມ້າງ​ທຳລາຍບັນດາ​ພາຫະນະ​ສັນ​ຈອນ. ຕາມ​ຂ່າວ​ຄາວ​ໃນ​ເບື້ອງ​ຕົ້ນ​ແລ້ວ, ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ປະຊາຊົນ ກວຍ​ອູ​ເອີ​ແຣນ ​ນັບ​ສິ​ບໆ​ຄົນ​ຖືກ​​ເສຍ​ຊີວິດ ​ແລະ ບາດ​ເຈັບ. ​ໂອ​​ໂຕ 31 ຄັນ​ຖືກ​ມ້າງ​ເພ. ຕຳຫລວດ ​ໄດ້​ດັບ​ສູນ​ຕົວ​ການ​ຈຳນວນ​ຫນຶ່ງຢູ່​ກັບ​ທີ່. ຕາມ​ໝາກຜົນ​ແຫ່ງ​ການ​ສືບສວນ​ໃນ​ເບື້ອງ​ຕົ້ນ​ແລ້ວ, ນີ້​ແມ່ນ​ເຫ​ດບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​​​​ຕາມແຜນການທີ່​ໄດ​້ວາງກ່ອນ.

 

ຂ່າວ/ບົດ​ອື່ນ