ການບຸກໂຈມຕີສະຫຼະຊີບກໍ່ຄວາມບາດເຈັບລົ້ມຕາຍຢ່າງຫຼວງຫຼາຍຢູ່ອີຣັກ

ການບຸກໂຈມຕີສະຫຼະຊີບກໍ່ຄວາມບາດເຈັບລົ້ມຕາຍຢ່າງຫຼວງຫຼາຍຢູ່ອີຣັກ - ảnh 1
ທະ​ຫານ ອີ​ຣັກ​ຢູ່ Tikrit
(ພາບ: EPA)

(vovworld) - ຢ່າງ​ໜ້ອ​ຍ​ສຸດ​ມີ 12 ຄົນ​ເສ​ຍ​ຊີ​ວິດ ແລະ 34 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ຂະ​ນະ​ທີ່​​ໃນ​ຕອນ​ເຊົ້າ​ວັນ​ທີ 24/9, ບັນ​ດາ​ທະ​ຫານ​ກະ​ບົດໄດ້​ບຸກ​ໂຈມ​ຕີ​ປ້ອງກວດ​ກາ​ຂອງ​ຕ​ຳຫຼວດ​ຢູ່​ນະ​ຄອນ Tikrit, ປະ​ເທດ ອີ​ຣັກ, ຫຼັງ​ຈາກນັ້ນ ໄດ້​ໃຫ້​ລະ​ເບີດ​ລົດ​ໂອ​ໂຕ​ຢູ່​ທາງ​ເຂົ້າ​ນະ​ຄອນນີ້. ນີ້​ແມ່ນ​ເຫດ​ບຸກ​ໂຈມ​ຕີ​ຄັ້ງ​ທຳ​ອິດ​ແບບນີ້​ນັບ​ແຕ່​ເມື່ອ Tikrit ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ກຳ​ມື​ຂອງ​ກຸ່ມກໍ່​ການ​ຮ້າຍ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ເມື່ອ​ເດືອນ 4/2015. ທະ​ຫານກ​ະ​ບົດ​ໄດ້​ຖືກ​ດັບ​ສູນ​ຢູ່​ສະ​ຖານ​ທີ່​ເກີດ​ເຫ​ດ ພາຍຫຼັງ​ທີ່​ເປົ້າ​ໝາຍນີ້​ໄດ້​ຍິງ​ນາຍ​ຕຳຫຼວດ 4 ທ່ານ​ເສຍ​ຊີ​ວິດ.  ມືື​ປືນ 2 ຄົນ​ອື່ນ​ໄດ້​ເຮັດ​ໃຫ້​ລະ​ເບີດ​ລົດ​ໂ​ອ​ໂຕ, ເຮັດ​ໃຫ້ 8 ຄົນ​ເສຍ​ຊີ​ວິດ ແລະ ອີກ 34 ຄົນ​ຖືກ​ຮັບ​ບາດ​ເຈັບ. ປະ​ຈຸ​ບັນ, ບໍ່​ທັນ​ມີ​ອົງ​ການ ແລະ ບຸກ​ຄົນ​ໃດ​ຍອມ​ຮັບ​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕ​ີິ​ນີ້, ແຕ່ IS ເຄີຍຍອມ​ຮັບ​ແມ່ນ​ຕົວ​ການ​ຂອງຫຼາຍ​ເຫ​ດ​ບຸກ​ໂຈ​ມ​ຕີ​ທີ່​ຄ້າຍ​ຄື​ກັນ.


ຕອບກັບ

ຂ່າວ/ບົດ​ອື່ນ