ການບຸກໂຈມຕີແນໃສ່ກຳລັງປົກປັກຮັກສາສັນຕິພາບສະຫະປະຊາຊາດຢູ່ ມາລີ

(VOVWORLD) - ວັນທີ 20 ມັງກອນ, ມືປືນຈຳນວນໜຶ່ງໄດ້ບຸກໂຈມຕີຖານທີ່ໝັ້ນຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ Mali (MINUSMA) ຢູ່ພາກເໜືອປະເທດນີ້, ໄດ້ເຂັ່ນຂ້າພາລະກອນຊາວ Chad ຢ່າງໜ້ອຍສຸດ 8 ຄົນ ແລະ ອີກ 19 ຄົນອື່ນໆຖືກຮັບບາດເຈັບ. ພວກບຸກໂຈມຕີຈຳນວນໜຶ່ງຖືກດັບສູນ.
ການບຸກໂຈມຕີແນໃສ່ກຳລັງປົກປັກຮັກສາສັນຕິພາບສະຫະປະຊາຊາດຢູ່ ມາລີ - ảnh 1

ເຫດບຸກໂຈມຕີແນໃສ່ຖານທີ່ໝັ້ນ Aguelhok, ຫ່າງຈາກ Kidal 200 ກິໂລແມັດໄປທາງທິດເໜືອ ໃກ້ກັບຊາຍແດນ Algeria.

        MINUSMA ລວມມີພາລະກອນຮັກສາສັນຕິພາບ 13.000 ຄົນ ໄດ້ຖືກຜັນຂະຫຍາຍຢູ່ Mali ພາຍຫລັງພວກກະບົດອິດສະລາມຕີຢຶດຄອງພາກເໜືອປະເທດ ອາຟຣິກກາເໜືອ ນີ້ເມື່ອປີ 2012. ປີ 2015, ລັດຖະບານ Mali ແລະ ບັນດາກຸ່ມກຳລັງປະກອບອາວຸດຢູ່ປະເທດນີ້ ໄດ້ເຊັນຂໍ້ຕົກລົງສັນຕິພາບ ແນໃສ່ຟື້ນຟູສະຖຽນລະພາບຢູ່ປະເທດນີ້. ເຖິງຢ່າງໃດກໍ່ຕາມ, ບັນດາເຫດການໃຊ້ຄວາມຮຸນແຮງໂດຍພວກກະບົດອິດສະລາມປະຕິບັດຍັງຄົງສືບຕໍ່ດຳເນີນ.

 

ຕອບກັບ

ຂ່າວ/ບົດ​ອື່ນ