ການບ​ຸກ​ໂຈມ​ຕີ​ແນໃສ່​ຖາ​ນ​ທີ່​ໝັ້ນ​ການ​ທະ​ຫານ​ຢູ່ ອີ​ຣັກ

(VOVWORLD) -ວັນທີ 12 ມັງກອນ, ກອງທັບ ອີຣັກ ໄດ້ປະກາດວ່າມີ ນັກຮົບ 4 ຄົນໄດ້ຮັບບາດເຈັບໃນເຫດບຸກໂຈມຕີດ້ວຍ ການຍິງລູກຈະຫຼວດໃສ່ຖານທີ່ໝັ້ນທາງອາກາດ Balad ຢູ່ ແຂວງ Salahudin.
ການບ​ຸກ​ໂຈມ​ຕີ​ແນໃສ່​ຖາ​ນ​ທີ່​ໝັ້ນ​ການ​ທະ​ຫານ​ຢູ່ ອີ​ຣັກ - ảnh 1

ລູກຈະຫຼວດໄດ້ຍິງຈາກອີຣານລົງຖານທີ່ໝັ້ນ ອາເມລິກາ ຢູ່ ອີຣັກ (ພາບ: AFP/TTXVN)

ຕາມແຈ້ງການ, ມີ ລູກຈະຫຼວດ 8 ໜ່ວຍໄດ້ຍິງໃສ່ຖານທີ່ໝັ້ນທາງອາກາດນີ້, ເຊິ່ງແຕ່ກອ່ນແມ່ນຖານທີ່ໝັ້ນຂອງທະຫານອາເມລິກາ ແລະ ຫ່າງຈາກ ນະຄອນຫຼວງ Baghdad ໄປທາງທິດເໜືອປະມານ 90 ກິໂລແມັດ.

ຖານທີ່ໝັ້ນ Balad ນີ້ແມ່ນຖານທີ່ໝັ້ນທາງອາກາດໃຫຍ່ທີ່ສຸດ ຢູ່ອີຣັກ. ນີ້ເຄີຍເປັນທີ່ຕັ້ງຂອງກອງກຳລັງໃຫຍ່ບັນດາທະຫານ ແລະ ທີ່ປຶກສາການທະຫານອາເມລິກາ. ເຖິງຢ່າງໃດກໍ່ຕາມ, ບັນດາກຳລັງນີ້ໄດ້ຖອນຕົວອອກຈາກສະຖານທີ່ນີ້ພາຍຫຼັງ ສະຫະພັນສາກົນ ໂດຍ ອາເມລິການຳໜ້າປະກາດຢຸດຕິຊົ່ວຄາວບັນດາບັ້ນຮົບເລັ່ງໃສ່ກຸ່ມລັດອິດສະລາມ (IS) ອ້າງຊື່ເອງຢູ່ ອີຣັກ.

ປັດຈຸບັນຍັງບໍ່ທັນມີກຸ່ມໃດອອກມາຍອມຮັບກ່ຮປະຕິບັດເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ