ການບຸກໂຈມຕີແລະລຸກຮຶ້ຂຶ້ນໃນລະດູບານໃໝ່ປີວອກ1968-ບາດລ້ຽວຕັດສິນແລະບົດຮຽນປະຫວັດສາດ

(VOVWORLD) - ຕອນເຊົ້າວັນທີ 29 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ກະຊວງປ້ອງກັນປະເທດ, ຄະນະໂຄສະນາສຶກສາສູນກາງ ແລະ ຄະນະພັກນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດລະດັບຊາດ

ການບຸກໂຈມຕີ ແລະ ລຸກຮຶ້ຂຶ້ນໃນລະດູບານໃໝ່ປີວອກ 1968 - ບາດລ້ຽວຕັດສິນ ແລະບົດຮຽນປະຫວັດສາດ“. ເຂົ້າຮ່ວມກອງປະຊຸມສຳມະນາມີທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ.

ການບຸກໂຈມຕີແລະລຸກຮຶ້ຂຶ້ນໃນລະດູບານໃໝ່ປີວອກ1968-ບາດລ້ຽວຕັດສິນແລະບົດຮຽນປະຫວັດສາດ - ảnh 1 ທີ່ກອງປະຊຸມກອງປະຊຸມສຳມະນາ

         ມີບົດປະກອບຄວາມເຫັນຫຼາຍບົດທີ່ກອງປະຊຸມສຳມະນາໄດ້ຢືນຢັນວ່າ: ການບຸກໂຈມຕີ ແລະ ລຸກຮື້ຂຶ້ນໃນລະດູບານໃໝ່ປີວອກ 1968 ໄດ້ສ້າງບາດລ້ຽວຍຸດທະສາດ, ທີ່ມີຄວາມໝາຍຕັດສິນໃນພາລະກິດແຫ່ງການຕໍ່ຕ້ານຕ້ານ ອາເມລິກາ ກູ້ຊາດຂອງຊາດ, ສ້າງເປັນບົດຮຽນປະຫວັດສາດອັນລຳ້ຄ່າ. ທ່ານ ພົນເອກ ໂງຊວນຫຼີກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຖືວ່າ:

        “ອາດສາມາດຢືນຢັນໄດ້ວ່າ, ຈິດໃຈ ແລະ ເຈດຈຳນົງເດັດດ່ຽວສູ້ຮົບ, ເດັດດ່ຽວຍາດເອົາໄຊຊະນະຂອງ ການບຸກໂຈມຕີ ແລະ ລຸກຮື້ຂຶ້ນໃນລະດູບານໃໝ່ປີວອກ 1968 ຍັງຄົງເປັນກຳລັງໜູນຢ່າງແຮງຕະຫຼອດໄປ, ເພື່ອຊຸກຍູ້ທະຫານ ແລະ ປະຊາຊົນມານະພະຍາຍາມສູ້ຊົນປະຕິບັດສຳເລັດທຸກໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນໄດ້ມອບໝາຍໃຫ້“.

ຕອບກັບ

ຂ່າວ/ບົດ​ອື່ນ