ການບ​ຸກ​ໂຈມ​ຕີ​ໂຮງ​ແຮມ​ຢູ່ ໂຊ​ມາ​ລີ​ ເຮັດ​ໃຫ້​ສາ​ມັນ​ຊົນ​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 8 ຄົນ​

(VOVWORLD) -ບັນດາກຳລັງປ້ອງກັນຄວາມສະຫງົບ ໄດ້ກອບກູ້ເອົາສາມັນຊົນໄດ້ຫຼາຍສິບຄົນ, ໃນນັ້ນມີເດັກນ້ອຍຫຼາຍຄົນຍັງຕິດຄ້າງຢູ່ໂຮງແຮມ, ແຕ່ວ່າມີສາມັນຊົນ 8 ຄົນເສຍຊີວິດ.
ການບ​ຸກ​ໂຈມ​ຕີ​ໂຮງ​ແຮມ​ຢູ່ ໂຊ​ມາ​ລີ​ ເຮັດ​ໃຫ້​ສາ​ມັນ​ຊົນ​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 8 ຄົນ​ - ảnh 1ໂຮງແຮມ Hayat ຢູ່ ນະຄອນຫຼວງ Mogadishu  (ພາບ: TTXVN)

ການບຸກໂຈມຕີໂຮງແຮມ Hayat ຢູ່ ນະຄອນຫຼວງ Mogadishu ຂອງ ໂຊມາລີ ໃນວັນທີ 19 ສິງຫາ ເຮັດໃຫ້ສາມັນຊົນເສຍຊີວິດຢ່າງໜ້ອຍສຸດ 8 ຄົນ. ຕາມເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ໂຊມາລີ Mohamed Abdikadir ແລ້ວ, ບັນດາກຳລັງປ້ອງກັນຄວາມສະຫງົບກຳລັງສືບຕໍ່ດັບສູນພວກກໍ່ການຮ້າຍທີ່ລີ້ຊ້ອນຢູ່ຫ້ອງໜຶ່ງຂອງໂຮງແຮມດັ່ງກ່າວ. ເຈົ້າໜ້າທີ່ຜູ້ນີ້ໃຫ້ຮູ້ວ່າ ບັນດາກຳລັງປ້ອງກັນຄວາມສະຫງົບ ໄດ້ກອບກູ້ເອົາສາມັນຊົນໄດ້ຫຼາຍສິບຄົນ, ໃນນັ້ນມີເດັກນ້ອຍຫຼາຍຄົນຍັງຕິດຄ້າງຢູ່ໂຮງແຮມ, ແຕ່ວ່າມີສາມັນຊົນ 8 ຄົນເສຍຊີວິດ. ນອກຈາກນັ້ນ, ຈາກແຫຼ່ງຂ່າວຂອງຕຳຫຼວດ ແລະ ນັກສືບລາຊະການລັບໃຫ້ຮູ້ວ່າ ມີມືປືນຫຼາຍຄົນຍັງບໍ່ຮູ້ຊື່ ແລະ ນາມສະກຸນ ໄດ້ຄວບຄຸມໂຮງແຮມ Hayat ຢູ່ນະຄອນຫຼວງ Mogadishu ຂອງ ໂຊມາລີ ພາຍຫຼັງການວາງລະເບີດໃສ່ລົດ ແລະ ການຍິງປືນໃສ່ກັນ. ກຸ່ມ al-  Shabaad ອອກມາຍອມຮັບວ່າ ໄດ້ປະຕິບັດການບຸກໂຈມຕີ.

  

ຕອບກັບ

ຂ່າວ/ບົດ​ອື່ນ