ການບັນເທົ່າຄວາມເຈັບປວດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນແມ່ນໜ້າທີ່ຮັບຜິດຊອບຂອງທົ່ວສັງຄົມ

ການບັນເທົ່າຄວາມເຈັບປວດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນແມ່ນໜ້າທີ່ຮັບຜິດຊອບຂອງທົ່ວສັງຄົມ - ảnh 1
(ພາບປະກອບ)

(vovworld) – ຕອນ​ຄໍ່າ​ວັນ​ທີ 18/10, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ​ ຫວຽດນາມ ​ໄດ້ຈັດ​ລາຍການ “ການບັນ​ເທົ່າຄວາມ​ເຈັບ​ປວດ​​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ”, ມຸ່ງ​ໄປ​ເຖິງ​ພິທີ​ສະ​ເຫຼີມສະຫຼອງ 55 ປີ​​ແຫ່ງໄພພິບັດ​ຈາກ​ທາດ​ພິດ​ສີ​ສົ້ມຢູ່​ຫວຽດນາມ (10/08/1961 – 10/08/2015). ກ່າວ​ຄຳ​ເຫັນ​​ເປີດ​ລາຍການ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈຸ​ລິວ ​ເນັ້ນ​ໜັກ​ວ່າ, ບໍ່​ມີ​ຄວາມ​ເຈັບ​ປວດ​​ໃດທີ່​ໜັກ​ໜ່ວງ​ກວ່າ​ຄື​ຄວາມ​ເຈັບ​ປວດຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ສະ​ນັ້ນ, ການບັນ​ເທົ່າ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ​ແມ່ນ​ໜ້າ​ທີ່​ຮັບຜິດ​ຊອບ​ຂອງປະຊາ​ຄົມ ​ແລະ ​ທົ່ວ​ສັງຄົມ, ​ແມ່ນ​ວຽກ​ງານ​ຍາວ​ນານ ​ແລະ ຮີບ​ດ່ວນ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈຸ​ລິວ ຊີ້​ແຈ້ງວ່າ, ​ໃນ​ຊຸມ​ປີຜ່ານມາ, ພັກ ​ແລະ ລັດ ​ໄດ​​້ມີ​​ແຜນ​ນະ​ໂຍບາຍ​, ນະ​ໂຍບາຍ, ລະບອບ​ສົ່ງ​ເສີມ​ສຸຂະ​ພາບ, ຊ່ວຍ​ເຫຼື​ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫຼາຍ​ຢ່າງ ​ທີ່ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຈາກ​ຂັ້ນສູນ​ກາງ ​ລົງ​ຮອດ​ຂັ້ນ​ທ້ອງ​ຖິ່ນ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​​ຢ່າງ​ຕັ້ງໜ້າຈາກສັງຄົມ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈຸ​ລິວ ປາດ​ຖະໜາ​ວ່າ, ປະຊາ​ຄົມ, ສັງຄົມ​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ.

      “ຂ້າພະ​ເຈົ້າ​ຮຽກຮ້ອ​ງ​ໃຫ້​ພໍ່​ແມ່ປະຊາ​ຊົນ, ນັກຮົບ​ໃນ​ທົ່ວ​ປະ​ເທດ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ເພື່ອນ​ມີດ​ສາກ​ົນ ສືບ​ຕໍ່​ມີຄວາມ​ຮັກ​​ແພງມະນຸດດ​​້ວຍກັນ, ​ເພື່ອ​ສິດ​ໄດ້​ມີ​ຊີ​ວິດ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ ນັບ​ລ້ານ​ຄົນ. ຂ້າພະ​ເຂົ້າ​ຮຽກຮ້ອງ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ ​ແລະ ບັນດາ​ບໍລິສັດ​ທາດ​​ເຄມີ​ອາ​ເມ​ລິ​ກາ ​ຕ້ອງ​​ເຫັນ​​ແຈ້ງ​ໜ້າ​ທີ່​ຮັບຜິ​ດຊອບ ​ແລະ ມີ​ການ​ກະທຳ​ຢ່າງ​ລະອຽດ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກສົງ​ຄາມ​ເຄມີ​ຢູ່​ຫວຽດນາມ”.

      ປະຈຸ​ບັນ, ຫວຽດນາມ ມີຜູ້ຕິດ ທາດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ 4,8 ລ້ານ​ຄົນ, ​ໃນ​ນັ້ນ​ມີຜູ້​ປະສົບ​ເຄາ​ະຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ໂດຍ​ກົງ​ແມ່ນກວ່າ 3 ລ້ານ​ຄົນ.

ຂ່າວ/ບົດ​ອື່ນ