ການບໍລິຈາກເງິນສະໜັບສະໜູນປະຊາຊົນເຂດຖືກຜົນສະທ້ອນຈາກໄພທຳມະຊາດ

(VOVWORLD) - ດ້ວຍນ້ຳໃຈອຸ້ມສູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ນ້ຳໃຈຮັກແພງປະເທດຊາດ ແລະ ຊາວ ຫວຽດນາມ, ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ພ້ອມກັບບໍລິສັດ ສ. ເກົາຫຼີ 2 ແຫ່ງດັ່ງກ່າວໄດ້ຕັດສິນໃຈຊ່ວຍເຫຼືອປະຊາຊົນບັນດາແຂວງ ຖືກຜົນສະທ້ອນຈາກໄພພິບັດທຳມະຊາດຢູ່ພາກເໜືອ ຫວຽດນາມ

ຕອນບ່າຍວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ສ. ເກົາຫຼີ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ແລະ ບໍລິສັດ 2 ແຫ່ງຂອງ ສ. ເກົາຫຼີ ແມ່ນ: ບໍລິສັດ Panko Vina ແລະ Panko Tam Thang, ສະໜັບສະໜູນຊ່ວຍເຫຼືອປະຊາຊົນບັນດາທ້ອງຖິ່ນຖືກຜົນສະທ້ອນຈາກໄພພິບັດທຳມະຊາດ. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ Choi Young Joo, ປະທານສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ໃຫ້ຮູ້ວ່າ: ດ້ວຍນ້ຳໃຈອຸ້ມສູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ນ້ຳໃຈຮັກແພງປະເທດຊາດ ແລະ ຊາວ ຫວຽດນາມ, ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ພ້ອມກັບບໍລິສັດ ສ. ເກົາຫຼີ 2 ແຫ່ງດັ່ງກ່າວໄດ້ຕັດສິນໃຈຊ່ວຍເຫຼືອປະຊາຊົນບັນດາແຂວງ ຖືກຜົນສະທ້ອນຈາກໄພພິບັດທຳມະຊາດຢູ່ພາກເໜືອ ຫວຽດນາມ. ລະອຽດຄື, ບໍລິສັດ Panko Vina ຊ່ວຍເຫຼືອເງິນ 500 ລ້ານດົ່ງ, ບໍລິສັດ Panko Tam Thang ຊ່ວຍເຫຼືອເສື້ອຢືດ 100.000 ຜືນ. ທ່ານ Choi Young Joo, ປະທານສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ຫວັງວ່າ, ເຄື່ອງບັນເທົາທຸກດັ່ງກ່າວຈະປະກອບສ່ວນລະດົມກຳລັງໃຈປະຊາຊົນເຂດຖືກຜົນສະທ້ອນຈາກໄພພິບັດທຳມະຊາດຜ່ານຜ່າຄວາມທຸກຍາກ, ແກ້ໄຂຜົນຮ້າຍຢ້ອນຫຼັງ ເພື່ອຊ່ວຍນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ