ການປົກປັກຮັກສາສະພາບແວດລ້ອມການດຳລົງຊີວິດ ແລະ ສຸຂະພາບຂອງປະຊາຊົນແມ່ນເປົ້າໝາຍແຖວໜ້າ

(VOVWORLD) -ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນ ຍາມໃດກໍ່ຖືການປົກປັກຮັກສາສະພາບແວດລ້ອມການດຳລົງຊີວິດ ແລະ ສຸຂະພາບຂອງປະຊາຊົນແມ່ນເປົ້າໝາຍແຖວໜ້າ, ບໍ່ແລກສິ່ງແວດລ້ອມແທນໃຫ້ການເຕີບໂຕເສດຖະກິດ
ການປົກປັກຮັກສາສະພາບແວດລ້ອມການດຳລົງຊີວິດ ແລະ ສຸຂະພາບຂອງປະຊາຊົນແມ່ນເປົ້າໝາຍແຖວໜ້າ - ảnh 1ບໍລິສັດຫຼັກກ້າ ຮືງງຽບ Formosa ຮ່າຕິ້ງ ຈຳກັດ
(ພາບເອກະສານ: tuoitre.vn)

        ຕອນບ່າຍວັນທີ 03 ພະຈິກ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ດຳເນີນຢູ່ ຮ່າໂນ້ຍ, ຕໍ່ໜ້າແຫຼ່ງຂ່າວທີ່ວ່າ ມີສະມາຊິກລັດຖະສະພາ ອາເມລິກາ ຈຳນວນໜຶ່ງ ໄດ້ສົ່ງຈົດໝາຍໂຕ້ຄ້ານຕໍ່ວົງການເຈົ້າໜ້າທີ່ ໄຕຫວັນ (ຈີນ) ໂດຍຖືວ່າ ວິທີແກ້ໄຂຂອງ ຫວຽດນາມ ໃນເຫດ Formosa ຍັງບໍ່ທັນສົມເຫດສົມຜົນ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: “ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນ ຍາມໃດກໍ່ຖືການປົກປັກຮັກສາສະພາບແວດລ້ອມການດຳລົງຊີວິດ ແລະ ສຸຂະພາບຂອງປະຊາຊົນແມ່ນເປົ້າໝາຍແຖວໜ້າ, ບໍ່ແລກສິ່ງແວດລ້ອມແທນໃຫ້ການເຕີບໂຕເສດຖະກິດ”.  ຜ່ານໄລຍະ 6 ປີຂອງການປະຕິບັດກົນໄກຕິດຕາມກວດກາລະຫວ່າງຂະແໜງ, ເລື່ອງແກ້ໄຂການລະເມີດ ແລະ ປະຕິບັດຂອງບັນດາຄຳໝັ້ນສັນຍາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງບໍລິສັດຫຼັກກ້າ ຮືງງຽບ Formosa ຮ່າຕິ້ງ ຈຳກັດ ໄດ້ສຳເລັດ ແລະ ບັນດາຄຳໝັ້ນສັນຍາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໄດ້ຮັບການປະຕິບັດຢ່າງຄົບຖ້ວນ. ປະຈຸບັນ, ການເຄື່ອນໄຫວຜະລິດຂອງບໍລິສັດ ກໍຄືຊີວິດການເປັນຢູ່ຂອງປະຊາຊົນໃນເຂດນັ້ນໄດ້ຮັບການຟື້ນຟູ ແລະ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ