ການປົກປ້ອງເດັກຕໍ່ໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ວັນທີ 13 ມິຖຸນາ ຢູ່ ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ໄດ້ສົມທົບກັບອົງການແຮງງານສາກົນ (ILO) ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ການປ້ອງກັນແຮງງານເດັກໃນໄພພິບັດທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ”. 
ການປົກປ້ອງເດັກຕໍ່ໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຈ້ອງດາມ, ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຢືນຢັນ: ໃນໄລຍະຜ່ານມາ ຫວຽດນາມ ໄດ້ມີຄວາມມານະພະຍາຍາມໃນການປ້ອງກັນໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ໄດ້ປະກາດໃຊ້ຫລາຍນະໂຍບາຍ, ຍຸດທະສາດ ກ່ຽວກັບການປ້ອງກັນ ຕ້ານ ແລະ ຫລຸດຜ່ອນໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫນູນຊ່ວຍເດັກນ້ອຍ ແລະ ຄອບຄົວໃນສະພາບຮີບດ່ວນໂດຍທຳມະຊາດກໍ່ຂຶ້ນ. ພິເສດ ການປົກປ້ອງເດັກ, ປ້ອງກັນແຮງງານເດັກ ຮຽກຮ້ອງຕ້ອງມີການເຂົ້າຮ່ວມຂອງທຸກຂັ້ນ, ຂະແຫນງການ, ອົງການຈັດຕັ້ງສັງຄົມ.  ທ່ານຮອງລັດຖະມົນຕີ ກໍ່ຊີ້ແຈ້ງຄວາມຮັບຜິດຊອບຂອງສັງຄົມ, ຄອບຄົວ, ວົງຄະນາຍາດໃນການປ້ອງກັນໄພພິບັດທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ຈາກນັ້ນເປັນເຈົ້າການໃນການແກ້ໄຂບັນດາຜົນຮ້າຍໂດຍທຳມະຊາດກໍ່ຂຶ້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ