ການປຶກສາຫາລືການເມືອງລະຫວ່າງ ຫວຽດນາມ-ອັງກິດ

(VOVWORLD) -ວັນທີ 2 ມັງກອນ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີ  ຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ ແລະ ລັດຖະມົນຕີຮັບຜິດຊອບກິດຈະການການຕ່າງປະເທດແຫ່ງສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ Mark Field ໄດ້ເປັນປະທານຮ່ວມການປຶກສາຫາລືການເມືອງຂັ້ນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ-ອັງກິດ
 
ການປຶກສາຫາລືການເມືອງລະຫວ່າງ ຫວຽດນາມ-ອັງກິດ - ảnh 1 ການປຶກສາຫາລືການເມືອງລະຫວ່າງ ຫວຽດນາມ-ອັງກິດ

ທີ່ການປຶກສາຫາລືການເມືອງ, 2 ຝ່າຍໄດ້ພ້ອມກັນແລກປ່ຽນບັນດາທິດທາງເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ພັດທະນາຢ່າງກ້ວາງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ.

    ກ່ຽວກັບການພົວພັນ 2 ຝ່າຍ, 2 ຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນ ແລະ ພົບປະລະຫວ່າງບັນດາຄະນະຜູ້ແທນຂັ້ນສູງຂອງ 2 ປະເທດ, ສືບຕໍ່ຜັນຂະຫຍາຍກົນໄກສົນທະນາຍຸດທະສາດກ່ຽວກັບການທູດ-ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເພີ່ມທະວີການຮ່ວມມືຢູ່ໃນບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນສະຫະປະຊາຊາດ.

   ທາງດ້ານການຮ່ວມມືການຄ້າ, ທາງຝ່າຍຫວຽດນາມຢືນຢັນ ຍາມໃດກໍສ້າງເງື່ອນໄຂທີ່ສະດວກໃຫ້ແກ່ບັນດາວິສາຫະກິດອັງກິດເຂົ້າມາລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ.

    ທາງດ້ານການປ້ອງກັນຄວາມສະຫງົບ, 2 ຝ່າຍໝັ້ນໝາຍ ຈະສົມທົບກັນຢ່າງແໜ້ນແຟ້ນໃນການຕ້ານສໍ້ລາດບັງຫຼວງ, ອາດສະຍາກຳທີ່ມີການຈັດຕັ້ງ, ການຄ້າມະນຸດ, ການຄ້າຂາຍສັດປ່າຢ່າງຜິດກົດໝາຍ…

ຕອບກັບ

ຂ່າວ/ບົດ​ອື່ນ