ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ຄັ້ງ​ທີ 7 ລະ​ຫວ່າງ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ

(VOVWORLD) -ທີ່ການປຶກສາຫາລືດ້ານການເມືອງ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າ ຂອງ ການພົວພັນຖານ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນໄລຍະຜ່ານມາ. 
ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ຄັ້ງ​ທີ 7 ລະ​ຫວ່າງ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ (ພາບ: TTXVN)

ວັນທີ 21 ຕຸລາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Soeung Rathchavy ໄດ້ເປັນປະທານຮ່ວມ ການປຶກສາຫາລືດ້ານການເມືອງ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ຄັ້ງທີ 7 ຕາມຮູບການທາງໄກ, ເພື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ແລະ ບັນຫາສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ການປຶກສາຫາລືດ້ານການເມືອງ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າ ຂອງ ການພົວພັນຖານ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນໄລຍະຜ່ານມາ. ໃນສະພາບເກີດໂລກລະບາດໂຄວິດ - 19, ສອງຝ່າຍໄດ້ມານະພະຍາຍາມຮັກສາການພົບປະ, ແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ພາຍໃຕ້ຫຼາຍຮູບແບບ, ເສີມຂະຫຍາຍກົນໄກຮ່ວມມືສອງຝ່າຍ ຢ່າງມີປະສິດທິຜົນ.

ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງ ການປຶກສາຫາລືດ້ານການເມືອງ ຄັ້ງທີ 7, ເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍກົນໄກຮ່ວມມືສຳຄັນ ແລະ ແທດຈິງນີ້ ລະຫວ່າງ ສອງກະຊວງ ຢ່າງມີປະສິດທິຜົນ. ສອງຝ່າຍ ໄດ້ຕົກລົງກັນວ່າ ການປຶກສາຫາລືດ້ານການເມືອງ ຄັ້ງທີ 8 ແມ່ນຈະຈັດຢູ່ ກຳປູເຈຍ ໃນຈຸດເວລາທີ່ເໝາະສົມໃນປີ 2023

ຕອບກັບ

ຂ່າວ/ບົດ​ອື່ນ