ການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີລະຫວ່າງຫວຽດນາມແລະເວເນຊູເອລາ

(VOVWORLD) -ວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ ພ້ອມກັບທ່ານຮອງລັດຖະມົນຕີການຕ່າງປະເທດເວເນຊູເອລາ Ruben Dario Molina ໄດ້ດຳເນີນການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດຄັ້ງທີ 7.

ການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີລະຫວ່າງຫວຽດນາມແລະເວເນຊູເອລາ - ảnh 1  (ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ ແລະ

ທ່ານຮອງລັດຖະມົນຕີການຕ່າງປະເທດເວເນຊູເອລາ Ruben Dario Molina)

ນະທີ່ນີ້, 2 ຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການພົບປະ 2 ຝ່າຍ, ຜັນຂະຫຍາຍຄຳໝັ້ນສັນຍາຂອງການນຳຂັ້ນສູງ 2 ປະເທດ, ຍົກສູງປະສິດທິຜົນການພົວພັນດ້ານການຄ້າ, ການລົງທຶນ 2 ຝ່າຍ, ບັນດາໂຄງການຮ່ວມມືດ້ານກະສິກຳ, ການປ້ອງກັນຊາດ, ວິທະຍາສາດເຕັກນິກ; ຮັກສາບັນດາກົນໄກຄະນະກຳມະການລະຫວ່າງລັດຖະບານ ແລະ ການປຶກສາຫາລືດ້ານການເມືອງລະຫວ່າງ 2 ກະຊວງການຕ່າງປະເທດເປັນປະຈຳ. 2 ຝ່າຍໄດ້ເຫັນດີສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2019. 2 ຝ່າຍກໍ່ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີຕໍ່ທັດສະນະແກ້ໄຂບັນດາການຂັດແຍ້ງກັນລະຫວ່າງບັນດາປະເທດໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ