ການປຶກສາຫາລືທາງເຫັນດ້ານການເມືອງລະຫວ່າງຫວຽດນາມ - ລາວ ຄັ້ງທີ 6

(VOVWORLD) -ຮອງລັດຖະມົນຕີທັງ 2 ທ່ານໄດ້ເຫັນດີຮັກສາ, ເສີມຂະຫຍາຍບັນດາກົນໄກປຶກສາຫາລືຂັ້ນລັດຖະມົນຕີ, ຮອງລັດຖະມົນຕີ ແລະ ແລກປ່ຽນລະຫວ່າງບັນດາຫົວໜ່ວຍຂອງ 2 ກະຊວງການຕ່າງປະເທດເປັນປະຈຳ
ການປຶກສາຫາລືທາງເຫັນດ້ານການເມືອງລະຫວ່າງຫວຽດນາມ - ລາວ ຄັ້ງທີ 6 - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ
(ພາບ: TTXVN)

ວັນທີ 31 ສິງຫາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດລາວ ໂພໄຊ ໄຂຄຳພິທູນ ເປັນປະທານຮ່ວມການປຶກສາຫາລືທາງດ້ານການເມືອງຄັ້ງທີ 6 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດລາວ ເຊິ່ງຈັດຂຶ້ນແບບທາງໄກ.

        ຮອງລັດຖະມົນຕີທັງ 2 ທ່ານໄດ້ເຫັນດີຮັກສາ, ເສີມຂະຫຍາຍບັນດາກົນໄກປຶກສາຫາລືຂັ້ນລັດຖະມົນຕີ, ຮອງລັດຖະມົນຕີ ແລະ ແລກປ່ຽນລະຫວ່າງບັນດາຫົວໜ່ວຍຂອງ 2 ກະຊວງການຕ່າງປະເທດເປັນປະຈຳ; ແລກປ່ຽນກ່ຽວກັບແຜນການຈັດ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ.

        ກ່ຽວກັບບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຮອງລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນ, ພິເສດໃນບັນດາບັນຫາຍຸດທະສາດກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ຄວາມໝັ້ນຄົງ-ການພັດທະນາຢູ່ແຕ່ລະປະເທດ, ໃນນັ້ນມີບັນຫາທະເລຕາເວັນອອກ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຮັບມືກັບໂລກລະບາດໂຄວິດ-9, ຊຸກຍູ້ການສຳຜັດກັບວັກຊິນ, ຖ່າຍທອດເຕັກໂນໂລຊີກ່ຽວກັບການຜະລິດວັກຊິນ ແລະ ຢາປິ່ນປົວໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ