ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ລັດ​ຖະ​ບານ ເຢຍ​ລະ​ມັນ - ຈີນ ຄັ້ງ​ທີ 7

(VOVWORLD) - ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກໍ່ຮຽກຮ້ອງໃຫ້ ລັດຖະບານ ຈີນ ນຳໃຊ້ຜົນສະທ້ອນຂອງຕົນ ເພື່ອຊ່ວຍຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ຕາມການນຳ ເຢຍລະມັນ ແລ້ວ, ໂດຍແມ່ນປະເທດກຳມະການຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ຈີນ ມີໜ້າທີ່ພິເສດໃນບັນຫານີ້. ເຢຍລະມັນ ແລະ ຈີນ ກໍຄວນຮ່ວມມືກັນເປັນຢ່າງດີ ໃນບັນຫານີ້ ພ້ອມກັບກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20).
ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ລັດ​ຖະ​ບານ ເຢຍ​ລະ​ມັນ - ຈີນ ຄັ້ງ​ທີ 7 - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຢູ່ Berlin ໃນວັນທີ 20/6 (ພາບ: AFP/TTXVN)

ບັນດາກອງປະຊຸມປຶກສາຫາລືລວມຄັ້ງທີ 7 ຂອງລັດຖະບານ ເຢຍລະມັນ ແລະ ລັດຖະບານ ຈີນ ຖືກດຳເນີນໃນວັນທີ 20 ມິຖຸນາ, ຢູ່ Berlin, ດ້ວຍທິດນຳທີ່ວ່າ “ພ້ອມກັນເຄື່ອນໄຫວແບບຍືນຍົງ”. ການປຶກສາຫາລື ໂດຍທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ເປັນປະທານຮ່ວມ, ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີຂອງທັງສອງປະເທດ. ບັນດາຫົວຂໍ້ຕົ້ນຕໍ ເຊິ່ງສອງຝ່າຍໄດ້ປຶກສາຫາລື ນັ້ນແມ່ນບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການພົວພັນສອງຝ່າຍ, ພິເສດແມ່ນການພົວພັນດ້ານເສດຖະກິດ, ການຄ້າ, ກໍຄືການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງກອງປະຊຸມປຶກສາຫາລື, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກໍ່ຮຽກຮ້ອງໃຫ້ ລັດຖະບານ ຈີນ ນຳໃຊ້ຜົນສະທ້ອນຂອງຕົນ ເພື່ອຊ່ວຍຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ຕາມການນຳ ເຢຍລະມັນ ແລ້ວ, ໂດຍແມ່ນປະເທດກຳມະການຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ຈີນ ມີໜ້າທີ່ພິເສດໃນບັນຫານີ້. ເຢຍລະມັນ ແລະ ຈີນ ກໍຄວນຮ່ວມມືກັນເປັນຢ່າງດີ ໃນບັນຫານີ້ ພ້ອມກັບກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20).

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ຢັ້ງຢືນວ່າ ຈີນ ຖືເປັນສຳຄັນການພັດທະນາການພົວພັນກັບ ເຢຍລະມັນ ແລະ ເອີຣົບ. ທ່ານເນັ້ນໜັກວ່າ ໂດຍເປັນບັນດາປະເທດມະຫາອຳນາດທີ່ມີຜົນສະທ້ອນໃນໂລກ, ຈີນ ແລະ ເຢຍລະມັນ ຄວນຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ. ຈີນ ພ້ອມແລ້ວທີ່ຈະພ້ອມກັບ ເຢຍລະມັນ ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ