ການປິ່ນປົວມະເຮັງຢູ່ຫວຽດນາມ ພວມຫຍັບເຂົ້າໃກ້ກັບຄວາມກ້າວໜ້າຂອງແພດສາດໂລກ

(VOVWORLD) -  ເຕັກນິກ ແລະ ເຄື່ອງອຸປະກອນເພື່ອປິ່ນປົວພະຍາດມະເຮັງຢູ່ຫວຽດນາມ ນັບມື້ນັບທັນສະໄໝ ແລະ ຫຍັບເຂົ້າໃກ້ກັບຄວາມກ້າວໜ້າທາງແພດສາດຂອງໂລກ. 
ການປິ່ນປົວມະເຮັງຢູ່ຫວຽດນາມ ພວມຫຍັບເຂົ້າໃກ້ກັບຄວາມກ້າວໜ້າຂອງແພດສາດໂລກ - ảnh 1ຫ້ອງກວດມະເຮັງທີ່ນໍ້າໃຊ້ເຄື່ອງອຸປະກອນທັນສະໄໝ (ພາບ: TTXVN)

ນີ້ແມ່ນຂໍ້ສັງເກດຂອງບັນດາແພດໝໍແຖວໜ້າຂອງໂຮງໝໍປິ່່ນປົວມະເຮັງ ສູນກາງ K ຢູ່ກອງປະຊຸມສໍາມະນາ “ບັນດາຄວາມກ້າວໜ້າໃນການບົ່ງມະຕິພະຍາດ ແລະ ປິ່ນປົວພະຍາດມະເຮັງ” ເຊິ່ງຖືກດໍາເນີນຢູ່ນະຄອນໂຮ່ຈີມິນ ໃນວັນທີ 11 ກັນຍາ.

        ໃນຊຸມປີຜ່ານມາ, ບັນດາຮາກຖານປິ່ນປົວມະເຮັງແຖວໜ້າຂອງຫວຽດນາມ ສືບຕໍ່ປະກອບ, ຕິດຕັ້ງບັນດາເຄື່ອງອຸປະກອນທີ່ທັນສະໄໝ, ໃນນັ້ນມີເຄື່ອງຜ່າຕັດດ້ວຍລັງສີທັນສະໄໝທີ່ສຸດໃນໂລກປັດຈຸບັນ, ກໍຄືຜັນຂະຫຍາຍບັນດາເຕັກນິກໃໝ່ ເພື່ອຍົກສູງປະສິດທິຜົນຂອງການປິ່ນປົວດ້ວຍລັງສີໃຫ້ດີກວ່າອີກ. ດ້ວຍລະບົບເຄື່ອງອຸປະກອນເຫຼົ່ານັ້ນ, ຜູ້ເປັນພະຍາດມະເຮັງຢູ່ຫວຽດນາມ ມີໂອກາດໄດ້ປິ່ນປົວດ້ວຍບັນດາວິທີການທັນສະໄໝ ເຊິ່ງບໍ່ຕ້ອງໄປປິ່ນປົວຢູ່ຕ່າງປະເທດຄືແຕ່ກ່ອນ.

        ທ່ານໝໍ ຫງວຽນກົງຮວ່າງ, ຮອງຜູ້ອໍານວຍການສູນປິ່ນປົວດ້ວຍລັງສີແຫ່ງຊາດ, ຫົວໜ້າພະແນກລັງສີຊ່ວງເອິກ - ສັງກັດໂຮງໝໍ ປິ່ນປົວມະເຮັງສູນກາງ K ໃຫ້ຮູ້ວ່າ ປີ 2000 ຫວຽດນາມ ຫາກໍ່ປະກອບເຄື່ອງລັງສີໜ່ວຍທໍາອິດມາຮອດປັດຈຸບັນ ໄດ້ເຂົ້າເຖິງຈຸດສູງຂອງການປິ່ນປົວດ້ວຍລັງສີ ເຊິ່ງທຽບເທົ່າກັບການພັດທະນາໃນໄລຍະ 70 ປີ ຂອງການປິ່ນປົວມະເຮັງຂອງໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ