ການ​ປ້ອງ​ກັນ, ສ​ະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ຂອງຫວຽດ​ນາມປະ​ກົດ​ຕົວ​ໃນ​ລາຍ​ການ talk show ຢູ່ລັດ​ເຊຍ

(VOVWORLD) - ລາຍການ talk Show ເຊິ່ງເປັນລາຍການໄດ້ຮັບການນິຍົມຊົມຊອບຂອງຊ່ອງໂທລະພາບ “ດາລາ” ຂຶ້ນກັບບັນດາກຳລັງປະກອບອາວຸດສະຫະພັນລັດເຊຍຫາກໍ່ໄດ້ອອກອາກາດໃນຕອນຄ່ຳວັນທີ 22 ເມສາ ດ້ວຍຫົວຂໍ້ໂລກລະບາດ Covid -19 ໃນທົ່ວໂລກ, ໃນນັ້ນໄດ້ສະຫງວນເວລາບໍ່ແມ່ນໜ້ອຍເພື່ອວິເຄາະໄຈ້ແຍກກ່ຽວກັບຜົນສຳເລັດຂອງຫວຽດນາມໃນການສະກັດກັ້ນການແຜ່ລາມຂອງເຊື້ອໄວຣັດ SARS – CoV – 2.
ການ​ປ້ອງ​ກັນ, ສ​ະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ຂອງຫວຽດ​ນາມປະ​ກົດ​ຕົວ​ໃນ​ລາຍ​ການ talk show ຢູ່ລັດ​ເຊຍ - ảnh 1ພາບຖ່າຍໜ້າຈໍ່ລາຍການ talk show  ຢູ່ລັດເຊຍ

        ລາຍການມີຊື່ວ່າ “ການໂອ້ລົມສົນທະນາແບບເປີດ” ໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນ 10 ທ່ານເຊິ່ງແມ່ນບັນດານັກຂ່າວ, ນັກສ້າງຮູບເງົາ, ນັກຊ່ຽວຊານການທະຫານທີ່ມີຊື່ສຽງຂອງລັດເຊຍ. ໃນເວລາ 15 ນາທີ່ສຸດທ້າຍຂອງລາຍການ talk show ນີ້, ຄູ່ພິທີກອນແລະບັນດາຜູ້ມີໜ້າໄດ້ຮັບຊົມວີດີໂອຄຼິບສັ້ນ ເຊິ່ງເວົ້າເຖິງການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມ.

        ບັນດາແຂກຖືກເຊີນຂອງລາຍການ talk Show ໄດ້ສະແດງຄວາມສົນໃຈກ່ຽວກັບວິທີການເຊິ່ງປະເທດທີ່ຍັງບໍ່ທັນຮັ່ງມີແຕ່ວ່າສາມາດຄວບຄຸມໂລກລະບາດໄດ້ເປັນຢ່າງດີ. ເຂົ້າເຈົ້າກໍ່ສະແດງຄວາມປະທັບໃຈຕໍ່ປະເທດທີ່ມີພົນລະເມືອງ 96 ລ້ານຄົນມີຜູ້ຕິດເຊື້ອໄວຣັດ SARS – CoV- 2 ແຕ່260 ຄົນເທົ່ານັ້ນແລະບໍ່ມີຜູ້ໃດເສຍຊີວິດ.

ໃນຊຸມວັນມໍ່ໆມານີ້, ສຳນັກງານໜັງສືພິມເອເລັກໂຕນິກໃຫຍ່ແຫ່ງຕ່າງໆຂອງຝລັ່ງຄື: ໜັງສືພິມລາຍວັນLe Monde, ໜັງສືພິມລາຍວັນ Le Figaro, ໜັງສືພິມ Les Echos…ກໍ່ໄດ້ລົງບົດຂຽນ, ບົດສາລະຄະດີກ່ຽວກັບປະສິດທິຜົນຂອງການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ