ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນສາຍພົວພັນພິເສດ ຫວຽດນາມ - ລາວ

(VOVWORLD) - ທ່ານພົນໂທ ຟຸ່ງຊີ້ເຕິນ ໄດ້ສະແດງຄວາມຊົມເຊີຍກອງທັບປະຊາຊົນ ລາວ ໃນໄລຍະ 75 ປີຜ່ານມາທີ່ໄດ້ພ້ອມກັບປະຊາຊົນ ລາວ ບັນດາເຜົ່າ ຜ່ານຜ່ານຄວາມຫຍຸ້ງຍາກ, ສິ່ງທົດສອບ, ຕໍ່ສູ້, ສ້າງກຳລັງໃຫ້ນັບມື້ນັບໃຫຍ່ຫຼວງ ແລະ ເຕີບໂຫຍ່
ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນສາຍພົວພັນພິເສດ ຫວຽດນາມ - ລາວ - ảnh 1(ຄະນະປະຕິບັດງານກະຊວງປ້ອງກັນປະເທດ ຫວຽດນາມ ອວຍພອນກອງທັບປະຊາຊົນ ລາວ)

        ວັນທີ 18 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນໂທ ຟຸ່ງຊີ້ເຕິນ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ໄປອວຍພອນການນຳກະຊວງປ້ອງກັນປະເທດ ລາວ.

        ທ່ານພົນໂທ ຟຸ່ງຊີ້ເຕິນ ໄດ້ສະແດງຄວາມຊົມເຊີຍກອງທັບປະຊາຊົນ ລາວ ໃນໄລຍະ 75 ປີຜ່ານມາທີ່ໄດ້ພ້ອມກັບປະຊາຊົນ ລາວ ບັນດາເຜົ່າ ຜ່ານຜ່ານຄວາມຫຍຸ້ງຍາກ, ສິ່ງທົດສອບ, ຕໍ່ສູ້, ສ້າງກຳລັງໃຫ້ນັບມື້ນັບໃຫຍ່ຫຼວງ ແລະ ເຕີບໂຫຍ່; ພ້ອມທັງຢືນຢັນວ່າ, ພັກ, ລັດ, ລັດຖະບານ, ກອງທັບ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນ, ການຊ່ວຍເຫຼືອຂອງລັດຖະບານ, ກອງທັບ ແລະ ປະຊາຊົນ ລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ໂຮມປະເທດຊາດໃນເມື່ອກ່ອນ, ກໍ່ຄືໃນພາລະກິດແຫ່ງການສ້າງສາປະເທດຊາດໃນປະຈຸບັນ. 2 ຝ່າຍເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ, ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂົງເຂດຮ່ວມມືບົນພື້ນຖານເອກະສານທີ່ໄດ້ຮັບການລົງນາມແລ້ວຢ່າງຮອບດ້ານ, ບັນລຸປະສິດທິຜົນ. ກະຊວງປ້ອງກັນປະເທດ ຫວຽດນາມ ຢືນຢັນວ່າ, ພ້ອມແລ້ວທີ່ຈະຮ່ວມເດີນທາງ, ແບ່ງປັນບົດຮຽນ ແລະ ໜູນຊ່ວຍກະຊວງປ້ອງກັນປະເທດ ລາວ ປະຕິບັດສຳເລັດໜ້າທີ່ໃນປີທີ່ ລາວ ຮັບດຳລົງຕຳແໜ່ງປະທານໝູນວຽນ ອາຊຽນ 2024.

        ເນື່ອງໃນໂອກາດນີ້, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳລາວ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ລາວ, ໂດຍທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ນຳໜ້າ, ໄດ້ໄປສຳນັກງານກະຊວງປ້ອງກັນປະເທດ ລາວ ແລະ ໂຮງຮຽນວັດທະນະທຳກິນນອນຊົນເຜົ່າກອງທັບປະຊາຊົນ ລາວ ເພື່ອອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ (20 ມັງກອນ 1949 – 20 ມັງກອນ 2024).

ຕອບກັບ

ຂ່າວ/ບົດ​ອື່ນ