ການ​ປ່ອຍ​ເງິນ​ລົງ​ທຶນ ODA, ຕ້ອງ​ມີ​ຄວາມ​ລົງ​ຕົວ​ ລະ​ຫວ່າງ ​ລະ​ບຽບ​ການ​ກັບ​ບັນ​ດາ​ນັກ​ອຸ​ປະ​ຖຳ

(VOVWORLD) -ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ສືບຕໍ່ຖືແຫຼ່ງທຶນ ODA ເປັນສຳຄັນທີ່ສຸດ.
ການ​ປ່ອຍ​ເງິນ​ລົງ​ທຶນ ODA, ຕ້ອງ​ມີ​ຄວາມ​ລົງ​ຕົວ​ ລະ​ຫວ່າງ ​ລະ​ບຽບ​ການ​ກັບ​ບັນ​ດາ​ນັກ​ອຸ​ປະ​ຖຳ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ  ກ່າວຄຳເຫັນທີ່ການເຮັດວຽກ (ພາບ: baochinhphu.vn)

ຕອນບ່າຍວັນທີ 30 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມກັບ ກຸ່ມ 6 ທະນາຄານພັດທະນາກ່ຽວກັບບັນດາຂໍ້ສະເໜີທີ່ກ່ຽວຂ້ອງກັບ ODA, ເງິນກູ້ຢືມບຸລິມະສິດຈາກຕ່າງປະເທດ ແລະ ຮ່າງມະຕິ ປ່ຽນແທນໃຫ້ມະຕິເລກທີ 56 ປີ 2020 ຂອງ ລັດຖະບານ ວ່າດ້ວຍການຄຸ້ມຄອງ ແລະ ນ້ຳໃຊ້ ODA ແລະ ເງິນກູ້ຢືມບຸລິມະສິດຂອງຜູ້ອຸປະຖຳຕ່າງປະເທດ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ສືບຕໍ່ຖືແຫຼ່ງທຶນ ODA ເປັນສຳຄັນທີ່ສຸດ. ເພາະສະນັ້ນ, ໃນບັນດາແຜນການລົງທຶນພາກລັດໄລຍະກາງ, ຫວຽດນາມ ລ້ວນແຕ່ ສະຫງວນສ່ວນໜຶ່ງຂອງແຜນໄວ້ ເພື່ອລະດົມແຫຼ່ງທຶນ ODA ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ. ເພື່ອຊຸກຍູ້ຄວາມຄືບໜ້າໃນການປ່ອຍເງິນລົງທຶນພາກລັດ, ໃນນັ້ນມີແຫຼ່ງທຶນ ODA ແລະ ເງິນກູ້ຢືມບຸລິມະສິດ ໃນໄລຍະຈະມາເຖິງ, ຕ້ອງມີຄວາມມານະພະຍາຍາມຈາກທັງ 2 ຝ່າຍ ໃນການແກ້ໄຂ້ຂໍ້ຕິດຂັດ ກ່ຽວກັບຂັ້ນຕອນ, ລະບຽບການປ່ອຍເງິນລົງທຶນ. ທ່ານ ຟ້າມບິ່ງມິງ ໃຫ້ຮູ້ວ່າ:

        ລັດຖະບານຫວຽດນາມ ກໍ່ພິຈາລະນາ ເຮັດແນວໃດເພື່ອດັດປັບລະບຽບການໃຫ້ງ່າຍດາຍທີ່ສຸດ, ແຕ່ຮັບປະກັນປະສິດທິຜົນ. ພ້ອມທັງປາດຖະໜາຢາກໃຫ້ 6 ທະນາຄານພັດທະນາ ພິຈາລະນາ ເພື່ອໃຫ້ລະບຽບການຕ່າງໆມີຄວາມລົງຕົວ. ພວກເຮົາເຮັດແນວໃດເພື່ອນຳໃຊ້ ແຫຼ່ງເງິນທຶນ ຢ່າງມີປະສິດທິຜົນ, ພ້ອມທັງປ່ອຍເງິນໂດຍໄວ.

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບາງກະຊວງ, ຂະແໜງການສູນກາງ ແລະ ຜູ້ຕາງໜ້າກຸ່ມ 6 ທະນາຄານພັດທະນາລວມມີ: ທະນາຄານໂລກ (WB), ທະນາຄານພັດທະນາ ອາຊີ (ADB), ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA), ທະນາຄານສົ່ງອອກນຳເຂົ້າ ສ.ເກົາຫຼີ (KEXIM), ອົງການພັດທະນາຝລັ່ງ (AFD) ແລະ ທະນາຄານເພື່ອການຟື້ນຟູ ເຢຍລະມັນ (KfW).

ຕອບກັບ

ຂ່າວ/ບົດ​ອື່ນ