ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ​ໄດ້​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ໃນ 8 ເດືອນ​ຕົ້ນ​ປີ 2023

(VOVWORLD) -  ບັນດາແຂວງ ນະຄອນມີອັດຕາການປ່ອຍເງິນລົງທຶນພາກລັດສູງແມ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ບິ່ນເຢືອງ…
ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ​ໄດ້​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ໃນ 8 ເດືອນ​ຕົ້ນ​ປີ 2023 - ảnh 1(ພາບ: Việt Hùng/Vietnam+)

   ຕາມກົມໃຫ່ຍສະຖິຕິ ຫວຽດນາມ ແລ້ວ, ຄາດວ່າ, ການປ່ອຍເງິນລົງທຶນພາກລັດໃນເດືອນສິງຫາໄດ້ເພີ່ມຂຶ້ນ 29,1% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ໄລ່ລວມໃນ 8 ເດືອນ, ເງິນລົງທຶນປະຕິບັດຈາກງົບປະມານແຫ່ງລັດເທົ່າເກືອບ 50% ແຜນການຂອງປີ ແລະ ເພີ່ມ 23,1%  ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.

      ບັນດາແຂວງ ນະຄອນມີອັດຕາການປ່ອຍເງິນລົງທຶນພາກລັດສູງແມ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ບິ່ນເຢືອງ…

  ເພື່ອບັນລຸອັດຕາການປ່ອຍເງິນກ່ວາ 95% ຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງສຸມໃສ່ ຂ້ຽວຂາດກ່ວາອີກໃນການປະຕິບັດບັນດາມາດຕະການຍູ້ແຮງການປ່ອຍເງິນລົງທຶນພາກລັດ. ຕາມນັ້ນແລ້ວ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງມອບວຽກ, ດັດສົມແຜນການທຶນໃຫ້ບັນດາໜ້າທີ່, ໂຄງການ ໂດຍລັດຖະບານໄດ້ລາຍງານຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເມື່ອທີ 5 (ເດືອນພຶດສະພາ ແລະ ມິຖຸນາ) ທີ່ຜ່ານມາ. ພ້ອມກັນນັ້ນ ແມ່ນການດັດສົມທຶນລະຫວ່າງບັນດາໜ້າທີ່, ໂຄງການຂອງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມດ້ວຍບັນດາໜ້າທີ່, ໂຄງການຂຶ້ນກັບແຜນການລົງທຶນພາກລັດໄລຍະກາງ ແລະ ຍາວນານ ໄລຍະ 2021 - 2025 ທີ່ໄດ້ປະກອບທຶນໃນແຜນການປີ 2023 ຕາມມະຕິເລກທີ 93 ຂອງສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ